spot_img
Homeຂ່າວທ້ອງຖິ່ນໂຮງຮຽນທີ່ຕ້ອງການອຸປະກອນກວດ-ປ້ອງກັນໂຄວິດ-19! ສາມາດສະເໜີຕໍ່ທາງຄະນະສະເພາະກິດໄດ້

ໂຮງຮຽນທີ່ຕ້ອງການອຸປະກອນກວດ-ປ້ອງກັນໂຄວິດ-19! ສາມາດສະເໜີຕໍ່ທາງຄະນະສະເພາະກິດໄດ້

Published on

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19) ພ້ອມໃຫ້ການຊ່ວຍເຫຼືອດ້ານອຸປະກອນເຊັ່ນ: ສະບູ-ເຈວລ້າງມື, ເຄື່ອງກວດອຸນຫະພູມ ແລະ ຜ້າປິດປາກ-ດັງ ໃຫ້ກັບບັນດາໂຮງຮຽນທີ່ມີຄວາມຕ້ອງການເພື່ອປ້ອງກັນການຕິດເຊື້ອພະຍາດດັ່ງກ່າວ.

ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ ໃຫ້ສຳພາດກັບນັກຂ່າວວຽງຈັນທາມ ໃນວັນທີ 13 ມີນາ ທີ່ຜ່ານມາວ່າ: ໂຮງຮຽນທີ່ມີຄວາມຕ້ອງການອຸປະກອນດັ່ງກ່າວໃຫ້ສະເໜີຫາກະຊວງສຶກສາທິການ ແລະ ກິລາ ເພື່ອສະເໜີຕໍ່ໃຫ້ທາງຄະນະສະເພາະກິດກ່ອນຈະຈັດສົ່ງມອບອຸປະກອນໃຫ້.

ໃນໄລຍະຜ່ານມາທາງຄະນະສະເພາະກິດໄດ້ແຕ່ງຕັ້ງໜ່ວຍງານລົງໄປຕາມແຕ່ລະໂຮງຮຽນ ເພື່ອໃຫ້ຂໍ້ມູນກ່ຽວກັບວິທີການປ້ອງກັນ ແລະ ຄວບຄຸມພະຍາດ COVID-19, ໄດ້ແນະນຳໃຫ້ຄູ ແລະ ນັກຮຽນຕິດຕາມຂໍ້ມູນຂ່າວສານເປັນປະຈຳ ແລະ ຖ້າທ່ານຢາກຂໍຄຳແນະນຳ ຫຼື ມີຄຳຖາມສາມາດຕິດຕໍ່ສາຍດ່ວນໄດ້ທີ່ເບີ 166.

 

ຮຽບຮຽງຂ່າວ:​ ພຸດສະດີ

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...