spot_img
Homeຂ່າວຕ່າງປະເທດໂດນັລ ທຣໍ້າ ກາຍເປັນປະທານາທິບໍ ດີຄົນທຳອິດທີ່ຖືກຍື່ນຖອດຖອນຈາກຕຳແໜ່ງເຖິງ 2 ຄັ້ງ

ໂດນັລ ທຣໍ້າ ກາຍເປັນປະທານາທິບໍ ດີຄົນທຳອິດທີ່ຖືກຍື່ນຖອດຖອນຈາກຕຳແໜ່ງເຖິງ 2 ຄັ້ງ

Published on

ສະມາຊິກສະພາຜູ້ແທນປະຊາຊົນສະຫະລັດ ມີມະຕິຕົກລົງຖອດຖອນປະທານາທິບໍດີ ໂດນັລ ທຣໍ້າ ອອກຈາກຕໍາແໜ່ງໃນຂໍ້ຫາສົ່ງເສີມໃຫ້ຜູ້ປະທ້ວງບຸກຫໍສະພາແຫ່ງຊາດ ເຮັດໃຫ້ທ່ານ ທຣໍ້າ ເປັນປະທານາທິ ບໍດີຄົນທຳອິດໃນປະຫວັດສາດຂອງອາເມລິກາທີ່ຖືກຍື່ນຖອດຖອນເຖິງ 2 ຄັ້ງ.

ສຳນັກຂ່າວ BBC ລາຍງານວ່າ ພັກເດໂມແຄດເລີ່ມຂະບວນການຖອດຖອນທ່ານ ທຣໍ້າ ເມື່ອວັນທີ 13 ມັງກອນ 2021 ໂດຍມີສະມາ ຊິກຂອງພັກຄຣີພັບລິກັນຂອງທ່ານ ທຣໍ້າ ເຂົ້າຮ່ວມຈຳນວນ 10 ຄົນ ພວກເຂົາກ່າວວ່າປະທານາທິບໍດີອາເມລິກາ ວ່າ ເປັນຜູ້ກະຕຸ້ນໃຫ້ເກີດການກະບົດໂດຍການປຸກປັ່ນໃຫ້ຜູ້ສະໜັບສະໜູນເຂົາບຸກເຂົ້າຫໍສະພາແຫ່ງຊາດໃນລະຫວ່າງທີ່ສະມາຊິກສະພາກຳລັງປະຊຸມເພື່ອຮັບຮອງໄຊຊະນະຂອງທ່ານ ໂຈ ໄບເດນ ເມື່ອວັນທີ 6 ມັງກອນ 2021 ທີ່ຜ່ານມາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ.

ຫຼັງຈາກການສົນທະນາຫຼາຍຊົ່ວໂມງ ໃນທີ່ສຸດສະມາຊິກສະພາໄດ້ຜ່ານມະຕິ 232-197 ເພື່ອປົດປະທາ ນາທິບໍດີ ທຣໍ້າ.

ເມື່ອສະພາຜູ້ແທນປະຊາຊົນລົງມະຕິຍື່ນຖອດຖອນເລື່ອງຈະຖືກສົ່ງຕໍ່ໄປທີ່ສະພາສູງເພື່ອຕັດສິນວ່າປະທານາທິບໍດີ ໂດນັລ ທຣໍ້າ ມີຄວາມຜິດ ຫຼື ບໍ່?

ຕາມກົດໝາຍລະບຸວ່າ ຕ້ອງມີສຽງຢ່າງໜ້ອຍ 2 ໃນ 3 ສຽງຂອງສະພາສູງຕັດສິນວ່າ ທ່ານ ທຣໍ້າ ມີຄວາມຜິດ ນັ້ນໝາຍຄວາມວ່າຕ້ອງມີສະມາຊິກອາວຸໂສພັກຄຣີພັບລິກັນຢ່າງໜ້ອຍ 17 ຄົນ ລົງມະຕິເອົາຄວາມຜິດກັບທ່ານ ທຣໍ້າ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...