spot_img
Homeຂ່າວຕ່າງປະເທດໂຈນສະຫຼັດປຸ້ນເອົາເຮືອບັນທຸກນ້ຳມັນຂອງໄທ

ໂຈນສະຫຼັດປຸ້ນເອົາເຮືອບັນທຸກນ້ຳມັນຂອງໄທ

Published on

241882

ສຳນັກງານການຄ້າທາງເຮືອລະຫວ່າປະເທດ (ໄອເອັມບີ)ກ່າວວ່າ ເຮືອບັນທຸກນ້ຳມັນ “ອໍລະພິນ4” ຂອງໄທ ຖືກໂຈນສະຫຼັດປຸ້ນເອົາເຮືອໄປ ຫຼັງຈາກເດິນທາງອອກຈາກສິງກະໂປ ມົ່ງໜ້າໄປຍັງປະເທດອິນໂດເນເຊຍ ເມື່ອວັນອັງຄານ ວັນທີ 27 ພຶດສະພາ 2014 ທີ່ຜ່ານມາ.

ສຳນັກງານຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກົວລາລຳເປີປະເທດມາເລເຊຍ ເມື່ອວັນທີ 31 ພຶດສະພາ ວານນີ້ວ່າ ທ່ານ ໂນເອລ ຊຸງ ຫົວໜ້າສູນລາຍງານການກະທຳອັນເປັນໂຈນສະຫຼັດຂອງສຳນັກງານການຄ້າທາງເຮືອລະຫວ່າງປະເທດ ເຊິ່ງມີສຳນັກງານຕັ້ງຢູ່ ກົວລາລຳເປີຖະແຫຼງວ່າ ເຮືອບັນທຸກນ້ຳມັນກາຊວນຊື່ ເອັມທີ ອໍລະພິນ 4 ຂອງໄທພ້ອມດ້ວຍລູກເຮືອ 14 ຄົນ ເດິນທາງອອກຈາກທ່າເຮືອທີ່ສິງກະໂປໃນວັນທີ 27 ພຶດສະພາ ທີ່ຜ່ານມາເພື່ອໄປຍັງທ່າເຮືອປອນເຕຍນັກ ເກົາກາລິມັນຕັນຂອງອິນໂດເນເຊຍ ໄດ້ຫາຍສາບສູນໄປເພາະຂາດການຕິດຕໍ່ກັບເຈົ້າຂອງເຮືອ ເຊື່ວ່າເຮືອຖືກໂຈນສະຫຼັດຈີ້ເອົາເຮືອໄປ.

ທາງສູນລາຍງານການກະທຳອັນເປັນໂຈນສະຫຼັດໄດ້ສົ່ງສັນຍານແຈ້ງໄປຍັງເຮືອຕ່າງໆໃນແຖບນີ້ໃຫ້ຊ່ວຍຄົ້ນຫາເຮືອບັນທຸກນ້ຳມັນລຳນີ້ດ້ວຍ ພ້ອມກັນນັ້ນກໍໄດ້ແຈ້ງທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງຊາບແລ້ວ.

ນັບເປັນການໂຈມຕີຂອງກຸ່ມໂຈນສະຫຼັດຫຼາຍຄັ້ງແລ້ວໃນຮອບຫຼາຍເດືອນທີ່ຜ່ານມາໃນບໍລິເວນນ່ານນ້ຳຂອງພູມິພາກອາຊຽນເຊິ່ງຖືວ່າເປັນໜຶ່ງ ໃນນ່ານນ້ຳທີ່ມີຄວາມສ່ຽງທີ່ສຸດນໂລກເພາະເມືອເດືອນເມສາ ທີ່ຜ່ານມາກໍມີເຮືອບັນທຸກນຳມັນກາຊວນອີກລຳໜຶ່ງຂອງໄທກໍຖືກໂຈນສະຫຼັດຈີ້ເອົາ ໄປເຊັ່ນກັນ ໃນເຂດນ່ານນ້ຳທາງຕາເວັນອອກຂອງມາເລເຊຍ ທຳຮ້າຍເຈົ້າກັບຕັນເຮືອແລະປຸ້ນເອົານ້ຳມັນກາຊວນໄປປະມານ 3 ລ້ານລິດ.

ເດືອນດຽວກັນນີ້ກໍມີເຮືອບັນທຸກນ້ຳມັນຂອງສິງກະໂປຖືກຈີ້ເອົາໄປເຊັ່ນກັນ ໃນບໍລິເວັນຊ່ອງແຄບມະລະກາ ລັກພາໂຕລູກເຮືອຊາວອິນໂດເນເຊຍໄປແລະຍັງປຸ້ນເອົານ້ຳມັນກາຊວນໄປນຳ ເຊິ່ງທາງສຳນັກງານການຄ້າທາງເຮືອລະຫວ່າງປະເທດລະບຸວ່າຊ່ວງເດືອນມັງກອນເຖິງເດືອນມີນາປີນີ້ ມີຄວາມພະຍາຍາມແລະປຸ້ນເອົາເຮືອໃນນ່ານນ້ຳອາຊີຕາເວັນອອກສຽງໃຕ້ທັງໝົດ 23 ຄັ້ງ ສ່ວນຫຼາຍຢູ່ນອກຝັ່ງໃກ້ກັບປະເທດອິນໂດເນເຊຍ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...