spot_img
Homeຂ່າວພາຍ​ໃນໂຄງການສົ່ງເສີມການຂາຍ ແລະ ເຈລະຈາທຸລະກິດອອນໄລ ຈັບຄູ່ທຸລະກິດ ໄທ-ລາວ ເພີ່ມສັກກະຍາພາບການຄ້າ-ລົງທຶນ

ໂຄງການສົ່ງເສີມການຂາຍ ແລະ ເຈລະຈາທຸລະກິດອອນໄລ ຈັບຄູ່ທຸລະກິດ ໄທ-ລາວ ເພີ່ມສັກກະຍາພາບການຄ້າ-ລົງທຶນ

Published on

ຜູ້ຊ່ວຍຜູ້ອໍານວຍການການຄ້າ ເວົ້າເຖິງເວທີເຈລະຈາຈັບຄູ່ທຸລະກິດ ໄທ-ລາວ ເພື່ອເພີ່ມສັກກະຍາພາບການຄ້າ, ການລົງທຶນ ເຊື່ອມໂຍງກັບກຸ່ມປະເທດລຸ່ມແມ່ນໍ້າຂອງພາຍໃຕ້ຫົວຂໍ້ “ໄທ-ລາວ ເຊື່ອມຕໍ່ການຄ້າໄຮ້ພົມແດນ”

ເມື່ອວັນທີ 3 ກໍລະກົດ 2020 ( 2563 ) ທ່ານນາງ ປະວິຕາ ມ່ວງສະກຸນ ຜູ້ຊ່ວຍຜູ້ອໍານວຍການສໍານັກງານສົ່ງເສີມການຄ້າຕ່າງປະເທດຢູ່ວຽງຈັນ ໄດ້ເປີດເຜີຍເຖິງການຈັດໂຄງການສົ່ງເສີມການຂາຍ ແລະ ເຈລະຈາທຸລະກິດອອນໄລ ໄທ – ສປປ ລາວ ( THAI-LAO Business matching online 2020 ) ເວທີເຈລະຈາຈັບຄູ່ທຸລະກິດ ໄທ-ລາວ ເພີ່ມສັກກະຍາພາບການຄ້າ, ການລົງທຶນ ເຊື່ອມໂຍງກຸ່ມປະເທດລຸ່ມແມ່ນໍ້າຂອງ ລະຫວ່າງວັນທີ 30 ສິງຫາ 2020 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ວ່າ ເວທີດັ່ງກ່າວ ທາງສໍານັກງານສົ່ງເສີມການຄ້າລະຫວ່າງປະເທດກະຊວງການຄ້າແຫ່ງຣາຊະອານາຈັກໄທ ຂໍເຊີນຜູ້ປະກອບການສິນຄ້າແບນໄທພົບປະນັກທຸລະກິດ ສປປ ລາວ ໂດຍການຈັດ Business matching online ດັ່ງກ່າວ ມີວັດຖຸປະສົງເພື່ອເພີ່ມຊ່ອງທາງ ແລະ ໂອກາດທາງການຕະຫຼາດ ໃຫ້ຜູ້ປະກອບການໄທ ແລະ ປະະເທດເພື່ອນບ້ານມີໂອກາດພົບປະເຈລະຈາການຄ້າ ແລະ ເພີ່ມໂອກາດທາງທຸລະກິດຮ່ວມກັນ ສົ່ງເສີມພາບລັກເຜີຍແຜ່ປະຊາສໍາພັນສິນຄ້າໃຫ້ເປັນທີ່ຮູ້ຈັກທັງໃນ ແລະ ຕ່າງປະເທດ ລວມທັງສ້າງລາຍໄດ້ໃຫ້ຜູ້ປະກອບການ ພາຍໃຕ້ຫົວຂໍ້ “ໄທ-ລາວ ເຊື່ອມຕໍ່ການຄ້າໄຮ້ພົມແດນ”.

ຂໍເຊີນຜູ້ປະກອບການແລະຜູ້ສົນໃຈຮ່ວມໂຄງການສົ່ງເສີມການຂາຍ ແລະ ເຈລະຈາທຸລະກິດອອນໄລລະຫວ່າງຜູ້ປະກອບການຊັ້ນນໍາຈາກໄທ ແລະ ສປປ ລາວ ເພື່ອຂະຫຍາຍຊ່ອງທາງການດໍາເນີນທຸລະກິດ ແລະ ສ້າງໂອກາດທາງການຄ້າ ແລະ ແນວຄິດ “ສ້າງໂອກາດທາງການຄ້າ ຈັບຄູ່ທຸລະກິດ” ໂດຍມີກິດຈະກໍາການຈັບຄູ່ທຸລະກິດຊັ້ນນໍາຂອງໄທ ແລະ ສປປ ລາວ ໃຫ້ຄໍາປຶກສາເພື່ອທຸລະກິດສົ່ງອອກໄປ ສປປ ລາວ, ການລົງທຶນ ແລະ ແຟນໄຊ ເຊິ່ງຈັດໂດຍສໍານັກງານສົ່ງເສີມການຄ້າໃນຕ່າງປະເທດຢູ່ວຽງຈັນ ເຊິ່ງລົງທະບຽນເຂົ້າຮ່ວມຟຣີ! ໂດຍບໍ່ມີຄ່າໃຊ້ຈ່າຍໄດ້ທີ່ http://www.businesstradingcenter.com ໂດຍສະໝັກຕັ້ງແຕ່ມື້ນີ້-ວັນທີ 03 ສິງຫາ 2020 ນີ້ ທ່ານນາງ ປະວິຕາ ກ່າວ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...