spot_img
Homeຂ່າວການພັດທະນາໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ລະຫວ່າງເມືອງປາກແບງຫາເມືອງເງິນ ຄືບໜ້າແລ້ວ 44%

ໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ລະຫວ່າງເມືອງປາກແບງຫາເມືອງເງິນ ຄືບໜ້າແລ້ວ 44%

Published on

ຄະນະຄຸ້ມຄອງໂຄງການ ກໍ່ສ້າງຂົວຂ້າມນ້ຳຂອງຂອງ ເມືອງປາກແບງ ໃຫ້ຮູ້ ເມື່ອບໍ່ດົນ ນີ້ວ່າ: ໂຄງການກໍ່ສ້າງຂົວຂ້າມ ນ້ຳຂອງເມືອງປາກແບງແມ່ນ ເປັນໂຄງ ການໜຶ່ງທີ່ເຊື່ອມຕໍ່ເສັ້ນທາງ 2W ແລະ ທາງ 2E ໃສ່ກັນກໍຄືການເຊື່ອມຕໍ່ທາງ ຈາກ ເມືອງປາກແບງ ແຂວງອຸດົມໄຊ ໄປ ຫາເມືອງເງິນແຂວງໄຊຍະບູລິ ເຊີ່ງໄດ້ ເລີ່ມລົງມືກໍ່ສ້າງມາແຕ່ ເດືອນທັນວາ 2012 ແລະ ຄາດ ໝາຍສຳເລັດໃນເດືອນມີນາ 2015 ໄລຍະການກໍ່ສ້າງທີ່ດັດ ແກ້ຈາກ 36 ເດືອນ ມາເປັນ 28 ເດືອນ, ມາດຕະ ຖານຂອງ ການອອກແບບລວງຍາວ 379 ແມັດ, ຄວາມກວ້າງຂອງໜ້າຂົວ 13 ແມັດລວງຍາວທາງເຂົ້າສອງ ເບື້ອງ 321 ແມັດ, ມີເສົາທັງ ໝົດ 8 ຕົ້ນ ຊ່ວງຍາວສຸດຂອງຂົວ 120 ແມັດ ແລະ ສັນສຸດ 30 ແມັດ ອາຍຸການໃຊ້ງານ 100 ປີລວມມູນ ຄ່າການກໍ່ສ້າງ ປະ ມານ 30 ລ້ານ ກວ່າໂດລາສະຫະລັດໃນນີ້ກູ້ຢືມຈາກທະນາຄານ

ເອັກຊິມແບ໊ງ   ( EXIM BANK ) ແຫ່ງ ສປ ຈີນ 95% ແລະ ລັດຖະບານສົມທົບ 5%, ຜ່ານການປະຕິບັດວຽກງານໃນ ໄລຍະ 16 ເດືອນມານີ້ມີ ຄວາມຄືບໜ້າ 44,36% ຊັກຊ້າ ກວ່າແຜນເລັກໜ້ອຍ, ໜ້າວຽກຫຼັກທີ່ປະຕິບັດໄດ້ແມ່ນວຽກ ເບຕົງເສົາຂົວ, ແຜ່ນເບຕົງທາງ ຢ່າງ ແລະ ວຽກດິນຈຳນວນໜຶ່ງ, ສາຍເຫດທີ່ພາໃຫ້ຊັກຊ້ານັ້ນຍ້ອນການນຳເຂົ້າອຸປະກອນ ບໍ່ທັນຕາມເວລາ, ລະດັບນ້ຳຂຶ້ນ ລົງຜິດປົກກະຕິ. ນອກນີ້ ຍັງໄດ້ວາງ ແຜນການໃນ 6 ເດືອນສົກປີ 2013-2014 ຄາດໃຫ້ໄດ້ປະມານ 75%.

ທີ່ມາ http://laophatthananews.blogspot.com/2014/05/44.html

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...