spot_img
Homeຂ່າວຕ່າງປະເທດແຜ່ນດິນໄຫວໄຕ້ຫວັນ ຄວາມແຮງ 7.2 ຣິກເຕີ້

ແຜ່ນດິນໄຫວໄຕ້ຫວັນ ຄວາມແຮງ 7.2 ຣິກເຕີ້

Published on

ໃນວັນທີ 18 ກັນຍາ 2022 ສຳນັກຂ່າວຕ່າງປະເທດລາຍງານ: ສະຖານະການແຜ່ນດິນໄຫວຂະນາດຄວາມແຮງ 7.2 ຣິກເຕີ້ ທີ່ຄວາມເລິກຈາກພຶ້ນດິນ 10 ກິໂລແມັດ ທາງຕາເວັນອອກສຽງໃຕ້ຂອງ ໄຕ້ຫວັນ.

ຫຼ້າສຸດ ມີການປະເມີນຄວາມສ່ຽງທີ່ຈະເກີດ ຄື້ນຍັກສຶນາມິ ຕາມແນວແຄມຝັ່ງໃນລັດສະໝີ 300 ກິໂລແມັດ ພ້ອມກັນນີ້, ສຳນັກງານອຸຕຸນິຍົມວິທະຍາຂອງຍີ່ປຸ່ນໄດ້ອອກຄຳເຕືອນສຶນາມິ ສຳລັບເກາະ ມິຍາໂກະໃນທະເລຈີນ ຕາເວັນອອກ ຫຼັງເກິດແຜ່ນດິນໄຫວ ເຊັ່ນດຽວກັນ.

ກ່ອນໜ້ານີ້ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ໄຕ້ຫວັນເກີດແຜ່ນດິນໄຫວ 6.9 ຣິກເຕີ້ ທາງຕາເວັນອອກສຽງໃຕ້ ຂອງໄຕ້ຫວັນ ໃນວັນທີ 17 ກັນຍາ 2022 ທີ່ຜ່ານມາ ນັບເປັນແຜ່ນດິນໄຫວຮຸນແຮງຫຼາຍທີ່ສຸດຮອບ 2 ໃນເວລາບໍ່ຮອດ 24 ຊົ່ວໂມງ ຈາກຄັ້ງທຳອິດເມື່ອຄືນທີ່ຜ່ານມາ.

ສຳລັບ ການລາຍງານເບື້ອງຕົ້ນມີຄົນເສຍຊີວິດ 1 ລາຍ ແລະບາດເຈັບອີກ 79 ລາຍ ໂດຍແຮງສັ່ນສະເທືອນເຮັດໃຫ້ອາຄານ ແລະ ໂຄງສ້າງພຶ້ນຖານດ້ານຄົມມະນາຄົມເສຍຫາຍຢ່າງໜັກ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...