spot_img
Homeຂ່າວພາຍ​ໃນແຜນການຢ້ຽມຢາມ ສປປ ລາວ ຂອງປະທານາທິບໍດີ ບາຣັກ ໂອບາມາ ຢ່າງເປັນທາງການ

ແຜນການຢ້ຽມຢາມ ສປປ ລາວ ຂອງປະທານາທິບໍດີ ບາຣັກ ໂອບາມາ ຢ່າງເປັນທາງການ

Published on

ຂປລ. ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດ ອາເມລິກາ ໄດ້ເລີ່ມເຄື່ອນໄຫວຢ້ຽມຢາມ ສາທາລະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 6 ກັນຍາ 2016 ເຊິ່ງພິທີຕ້ອນຮັບ ໄດ້ຈັດຂຶ້ນ ຢ່າງສົມກຽດ ຢູ່ຫໍຄຳ ນະຄອນຫລວງວຽງຈັນ ໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລັດຖະບານເຂົ້າຮ່ວມ.

ຈາກນັ້ນ ໄດ້ມີພິທີ ພົບປະສອງຝ່າຍ ທີ່ທຳນຽບປະທານປະເທດ ລະຫວ່າງ ທ່ານ ບຸນຍັງ ວໍລະຈິດ ພ້ອມຄະນະ ແລະ ທ່ານ ບາຣັກ ໂອບາມາ ພ້ອມຄະນະ. ພາຍຫລັງສຳເລັດ ການພົບປະເປັນທາງການ ຄະນະຜູ້ແທນສອງຝ່າຍ ໄດ້ເຂົ້າຮ່ວມງານລ້ຽງ ອາຫານທ່ຽງ ເປັນກຽດແກ່ທ່ານ ບາຣັກ ໂອບາມາ ຈັດໂດຍ ທ່ານ ບຸນຍັງ ວໍລະຈິດ. ໃນຕອນບ່າຍ ຂອງວັນດຽວກັນ ປະທານາທິບໍດີ ສະຫະລັດ ອາເມລິກາ ໄດ້ເດີນທາງໄປຍັງ ຫໍວັດທະນະທຳແຫ່ງຊາດ ແລະ ຂຶ້ນກ່າວຄຳປາໄສ ແບບເປີດກ້ວາງ ແກ່ນັກສຶກສາ, ຊາວໜຸ່ມ, ແມ່ຍິງ ແລະ ນັກທຸລະກິດ. ຈາກນັ້ນ ປະທານາທິບໍດີ ສະຫະລັດ ອາເມລິກາ ໄດ້ມີການພົບປະໂອ້ລົມ ກັບພະນັກງານ ສະຖານທູດ ອາເມລິກາ ປະຈຳ ສປປ ລາວ ທີ່ໂຮງແຮມແລນມາກ.

ສຳລັບ ໃນຕອນເຊົ້າ ຂອງວັນທີ 7 ກັນຍາ ປະທານາທິບໍດີ ສະຫະລັດອາເມລິກາ ຈະເຄື່ອນໄຫວຢ້ຽມຢາມ ສູນຟື້ນຟູຄົນພິການແຫ່ງຊາດ ແລະ ຈະເດີນທາງໄປຢ້ຽມຢາມ ເມືອງມໍລະດົກໂລກ ແຂວງຫລວງພະບາງ ໃນຕອນທ່ຽງ ໂດຍມີແຜນຢ້ຽມຊົມ ວັດຊຽງທອງ, ພົບປະນັກສຶກສາ ໂຄງການYSEALI ມະຫາວິທະຍາໄລ ສຸພານຸວົງ. ສ່ວນໃນວັນທີ 8 ກັນຍາ, ທ່ານ ບາຣັກ ໂອບາມາ ຈະໄດ້ຮັບກຽດເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 4 ແລະ ເຂົ້າຮ່ວມງານລ້ຽງອາຫານທ່ຽງ ກອງປະຊຸມສຸດຍອດ ອາຊີຕາເວັນອອກຄັ້ງທີ 11 ກ່ອນເດີນທາງຄືນປະເທດ ດ້ວຍຄວາມສະຫວັດດີພາບ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...