spot_img
Homeຂ່າວພາຍ​ໃນແປກກວ່ານີ້ມີອີກບໍ່? ລັດທິອິນເດຍແນະນໍາຄົນດື່ມປັດສະວະງົວຕ້ານໄວຣັສ ເຜີຍຟ້າລົງໂທດຄົນກິນຊີ້ນ

ແປກກວ່ານີ້ມີອີກບໍ່? ລັດທິອິນເດຍແນະນໍາຄົນດື່ມປັດສະວະງົວຕ້ານໄວຣັສ ເຜີຍຟ້າລົງໂທດຄົນກິນຊີ້ນ

Published on

ອົງກອນໃນອິນເດຍທີ່ຊື່ວ່າ “ຮິນດູມາຫະສະພາ” ແນະນໍາການເອົາໂຕລອດຈາກໄວຣັສໂຄວິດ-19 ດ້ວຍວິທີການຈັດງານລ້ຽງດື່ມນໍ້າປັດສະວະຂອງງົວ ແລະ ກິນເຄັກຈາກຂີ້ງົວ.

ທ້າວ ຈັກຣາບນີ ມະຫາຣາດ ຕົວແທນຈາກຮິນດູມະຫາສະພາ ເຜີຍກັບສື່ອິນເດຍຊື່ ເດິ ພຣິ້ນ ວ່າ ການຈັດງານລ້ຽງດື່ມ ແລະ ກິນຜະລິດຕະພັນຈາກມູນງົວ ຈະເຮັດໃຫ້ຜູ້ຄົນພົ້ນຈາກໂລກໂຄວິດ-19 ໄດ້ ເຊິ່ງງານລ້ຽງທີ່ວ່ານີ້ ບໍ່ໄດ້ມີແຕ່ການດື່ມປັດສະວະຂອງງົວເທົ່ານັ້ນ ແຕ່ຍັງມີການສີດສະເປປັດສະວະງົວໃສ່ຜູ້ຮ່ວມງານພ້ອມ. ທ້າວ ຈັກຣາບນີ ກ່າວວ່າ “ຖ້າໃຊ້ວິທີນີ້ ໄວຣັສຕາຍແນ່ນອນ”.

ບໍ່ພຽງແຕ່ເທົ່ານັ້ນ ທ້າວ ຈັກຣາບນີ ຍັງບອກອີກວ່າ ຄົນທີ່ຮັບປະທານມັງສະວິລັດຢູ່ແລ້ວ ກໍຈະລອດພົ້ນຈາກໄວຣັສໂຄວິດ-19 ພ້ອມ ແຕ່ເພື່ອປ້ອງກັນແຕ່ດົນໆ ກໍແນະນໍາໃຫ້ດື່ມປັດສະວະງົວເຊັ່ນກັນ.

ທ້າວ ຈັກຣາບນີ້ ບອກອີກວ່າ ທີ່ຜ່ານ ອິນເດຍເກືອບບໍ່ພົບຜູ້ຕິດເຊື້ອໄວຣັສດັ່ງກ່າວເລີຍ ແຕ່ຫຼັງຈາກຜູ້ບໍລິຫານລັດເຕລັງການາ ເຊິ່ງຕັ້ງຢູ່ພາກກາງຂອງປະເທດ ຈັດງານສະແດງກິນຊີ້ນສັດ ເພື່ອໃຫ້ປະຊາຊົນໝັ້ນໃຈວ່າຊີ້ນສັດທີ່ປຸງສຸກແລ້ວ ບໍ່ມີເຊື້ອໄວຣັສ ກໍພົບວ່າຜູ້ຕິດເຊື້ອໃນອິນເດຍເພີ່ມສູງຂຶ້ນ ສາເຫດເປັນຍ້ອນສິ່ງສັກສິດສົ່ງໄວຣັສມາຊ່ວຍເຫຼືອສັດທັງຫຼາຍ ທີ່ຮ້ອງຂໍຄວາມຊ່ວຍເຫຼືອຕໍ່ທວຍເທບ.

ຢ່າງໃດກໍຕາມ ວິທີການເຫຼົ່ານີ້ຍັງບໍ່ມີຜົນຢືນຢັນທາງວິທະຍາສາດມາຮອງຮັບວ່າຊ່ວຍປ້ອງກັນໄວຣັສໂຄວິດ-19 ໄດ້ແທ້ ທັງຍັງອາດຈະເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ຮັບປະທານອີກດ້ວຍ ຈຶ່ງແນະນໍາໃຫ້ໃຊ້ວິຈາລະນະຍານໃຫ້ຫຼາຍໆ.

ນອກຈາກນີ້, ການຈັດງານລ້ຽງດື່ມປັດສະວະ ແລະ ຮັບປະທານເຄັກມູນງົວ ເຊິ່ງເປັນການລວມຕົວຂອງຄົນຈໍານວນຫຼາຍນັ້ນ ອາດຈະເພີ່ມຄວາມສ່ຽງການແຜ່ກະຈາຍຂອງໄວຣັສໂຄວິດ-19 ອີກດ້ວຍ ຖ້າຫາກມີສະມາຊິກທີ່ຕິດໄວຣັສມາຮ່ວມ.

 

ຮຽບຮຽງໂດຍ: ລັດສະໝີ ພອນວິໄລ

ແຫຼ່ງຂ່າວ: Vice

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...