spot_img
Homeຂ່າວນໍ້າຖ້ວມແຈ້ງເຕືອນນໍ້າຖ້ວມ ປະຈໍາວັນທີ 14 ກັນຍາ 2003

ແຈ້ງເຕືອນນໍ້າຖ້ວມ ປະຈໍາວັນທີ 14 ກັນຍາ 2003

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດອອກແຈ້ງເຕືອນນໍ້າຖ້ວມ ປະຈໍາວັນທີ 14 ກັນຍາ 2003, ເວລາ 12 ໂມງ 00 ເນື່ອງຈາກວ່າໄດ້ມີຝົນຕົກປານກາງ ຫາຕົກຫນັກຕິດຕໍ່ກັນຫຼາຍວັນຜ່ານມາຢູ່ແຂວງພາກກາງ, ຊຶ່ງໄດ້ເຮັດໃຫ້ລະດັບແມ່ນໍ້າສາຂາໄດ້ເພີ່ມ ຂຶ້ນຢ່າງໄວໂດຍສະເພາະລະດັບນໍ້າ ຂົວເຊບັ້ງໄຟ(ເຊບັ້ງໄຟ) ເຊົ້າມື້ນີ້ແທກໄດ້ 17.70 ແມັດ ໄດ້ສູງກ່ວາເຂດລະດັບເຕືອນໄພ (ເຂດເຕືອນໄພ 17.50 ແມັດ, ເຂດອັນຕະລາຍ 18.50 ແມັດ) ແລະ ລະດັບນໍ້າ ເຊຈໍາພອນ ແທກໄດ້ 8.0 ແມັດ ໄດ້ກາຍເຂດລະດັບອັນຕະລາຍ (ເຂດ ອັນຕະລາຍ 8.00 ແມັດ).

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ທີ່ອາໄສຢູ່ ລຽບຕາມແຄມນໍ້າເຊບັ້ງໄຟ ແລະ ເຊຈໍາພອນ, ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ເກີດມີ ນໍ້າຖ້ວມຊູ, ນໍ້າຖ້ວມອັ່ງ ເກົດຂື້ນໄດ້ໃນໄລຍະວັນທີ 1 ຫາ ຂວັນຕໍ່ຫນ້ານີ້. ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານຂ່າວ ພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...