spot_img
HomeBaby-ແມ່ແລະເດັກແຂວງ ອຸດົມໄຊ ສຳເລັດການຈັດງານກິດຈະກຳສຳລັບເດັກ ປະຈຳປີ 2017

ແຂວງ ອຸດົມໄຊ ສຳເລັດການຈັດງານກິດຈະກຳສຳລັບເດັກ ປະຈຳປີ 2017

Published on

ຕອນເຊົ້າຂອງວັນທີ 30 ພຶດສະພາ 2017 ນີ້ ຢູ່ສະໂມສອນໃຫຍ່ຂອງແຂວງ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນຂື້້ນ, ເຂົ້າຮ່ວມມີ ທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງ-ແຂວງອຸດົມໄຊ ພ້ອມດ້ວຍພັນລະຍາ, ມີຄະນະປະຈໍາພັກແຂວງ, ຄູອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ລູກຫຼານນັກຮຽນ ເຂົ້າຮວ່ມຢ່າງພ້ອມພຽງ.

ການຈັດກິດຈະກຳໃນຄັ້ງນີ້ກໍເພື່ອ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມີຖຸນາ, ໃນງານມີຫຼາຍກິດຈະກຳທີ່ນຳມາສະແດງເພື່ອໃຫ້ເດັກນ້ອຍໄດ້ມ່ວນຊື່ນ ທັງສົ່ງເສີມທາງດ້ານສະຕິປັນຍາທັກສະໃນດ້ານຕ່າງໆ ຕາມພອນສະຫວັນຂອງເດັກນັກຮຽນໃຫ້ຖືກຕາມເກນອາຍຸຂອງແຕ່ລະຄົນ.

ລາຍການທີນຳມາສະແດງປະກອບມີ ບົດຟ້ອນ, ບົດເພງ, ຂັບ, ລໍາ, ເຕັ້ນແອລາບິກ, ຖາມ-ຕອບຄວາມຮູ້ຮອບຕົວ ພ້ອມທັງ ການກວດສຸຂະພາບເດັກ, ຊັກຢາ-ຢອດຢາກັນພະຍາດ, ກິນຢາຂ້າແມ່ທ້ອງ ແລະ ກິນຢາວິຕາມິນ. 

ກິດຈະກຳແຕ່ລະລາຍການແມ່ນດຶງດູດຄວາມສົນໃຈພ້ອມທັງສຽງເຊ່ຍ, ສຽງຕົບມືຈາກຜູ້ຊົມໄດ້ເປັນຢ່າງດີ ແຕ່ຕົ້ນຕະຫຼອດປາຍ ໃນໂອກາດນີ້ທາງແຂວງກໍ່ໄດ້ມອບຂອງຂວັນລາງວັນໃຫ້ນັກກິລາທີມີຜົນງານ ແລະ ນັກຮຽນເກັ່ງຂັ້ນແຂວງຕື່ມອີກ.

ການຈັດງານໃນຄັ້ງນີ້ກໍເພືື່ອແນ່ໃສ່ສຶກສາອົບຮົມເດັກໃຫ້ເປັນຄົນຮູ້ຜູ້ດີ ທັງເປີດໂອກາດໃຫ້ເດັກໄດ້ພົບປະແລກປ່ຽນກິດຈະກໍາຮ່ວມກັນ ດ້ວຍຄວາມເບີກບານມ່ວນຊື່ນ ທັງໃຫ້ຜູ້ປົກຄອງເດັກຮັບຮູ້ ແລະ ເຂົ້າໃຈເຖິງສິດທິພື້ນຖານຂອງເດັກນ້ອຍ, ການສະເຫຼີມສະຫຼອງວັນເດັກທາງແຂວງອຸດົມໄຊປີນີ້ເຫັນໄດ້ວ່າມີຄວາມຄຶກຄື້ນເປັນພິເສດ ເດັກຫຼາຍຄົນ, ມາຈາກຫຼາຍໂຮງຮຽນໄດ້ມາຮ່ວມຕົວ ແລະ ໄດ້ມີສ່ວນຮ່ວມໃນການສະຫຼອງວັນເດັກຂອງຕົນຢ່າງຝົດຟື້ນ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...