spot_img
Homeຂ່າວພາຍ​ໃນແຂວງວຽງຈັນ ວາງສີລາລືກ ກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ ນ້ຳສະມ່ອຍ ທີ່ເມືອງກາສີ

ແຂວງວຽງຈັນ ວາງສີລາລືກ ກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ ນ້ຳສະມ່ອຍ ທີ່ເມືອງກາສີ

Published on

SPS_0162-650x431

ພິທີວາງສີລາລືກເພື່ອລົງມືກໍ່ສ້າງ ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ ເຂື່ອນນ້ຳສະມ່ອຍ ຂະໜາດ 5 MW ໃສ່ເຂດບ້ານຜາເຈົ້າ ເມືອງກາສີ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 16 ທັນວາ 2015 ຜ່ານມາ ຢູ່ທີ່ຫ້ອງວ່າການປົກຄອງແຂວງວຽງຈັນ ໂດຍມີ ທ່ານ ນ.ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງໆວຽງຈັນ ທ່ານ ຄຳໃສ ສິດທິພອນ ປະທານກຸ່ມບໍລິສັດສະໜາມໄຊກໍ່ສ້າງ ໃນນາມຜູ້ໄດ້ຮັບສິດສຳປະທານ ແລະ ພາກສ່ວນກ່ຽວຂ້ອງທັງພາກລັດ-ເອກະຊົນເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ຄຳໃສ ສິດທິພອນ ປະທານກຸ່ມບໍລິສັດສະໜາມໄຊ ກ່າວວ່າ ກຸ່ມບໍລິສັດຂອງຕົນ ໄດ້ສຳເລັດການກໍ່ສ້າງ ພື້ນຖານໂຄ່ງລ່າງອັນຈຳເປັນຄື ທາງເຂົ້າເຂື່ອນປະມານ 8 ກີໂລແມັດ ແລະ ຕານ່າງໄຟຟ້າຍາວ 8 ກີໂລແມັດ ເຂົ້າຫາຈຸດທີ່ຈະສ້າງເຂື່ອນເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກສໍາເລັດພິທີວາງສີລາລືກຄັ້ງນີ້ແລ້ວ ກໍຈະມີການວາງສີລາລືກຢູ່ສະຖານທີ່ ບ່ອນຈະສ້າງເຂື່ອນໂຕຈິງທີ່ເຂດບ້ານຜາເຈົ້າ ເມືອງກາສີ ອີກຄັ້ງນຶ່ງໃນໄວໆນີ້ ນອກຈາກນັ້ນ ກໍຈະມີການລົງມືກໍ່ສ້າງໃນທັນທີ ໂດຍຄາດວ່າຈະໃຫ້ສຳເລັດ ແລະ ສາມາດຜະລິດກະແສໄຟຟ້າໄດ້ໃນປີ  2017 ເຂື່ອນແຫ່ງນີ້ມີມູນຄ່າການລົງທຶນທັງໝົດ 13,7 ລ້ານໂດລາສະຫະລັດ ແລະ ມີໄລຍະສຳປະທານ 50 ປີ ເຊິ່ງເຂື່ອນແຫ່ງນີ້ ຈະສ້າງໃຫ້ເປັນລັກສະນະຝາຍນ້ຳລົ້ນ ແບບບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ພາຍຫຼັງກໍ່ສ້າງສຳເລັດ ຈະມີກຳລັງຕິດຕັ້ງປະມານ 5 MW ກະແສໄຟຟ້າທີ່ຈະຜະລິດໄດ້ທັງໝົດ ຈະຖືກຂາຍໃຫ້ແກ່ລັດວິສາຫະກິດໄຟຟ້າລາວ.

ໃນພິທີວາງສີລາລືກໃນຄັ້ງນີ້ ກຸມບໍລິສັດສະໜາມໄຊ ຍັງໄດ້ມອບເງິນຊຸກຍູ້ ການພັດທະນາໃຫ້ແກ່ ອໍານາດການປົກຄອງແຂວງວຽງຈັນ ເມືອງກາສີ ແລະ ບ້ານຜາເຈົ້າ ຮວມມູນຄ່າເກືອບ 50 ລ້ານກີບອີກດ້ວຍ.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...