spot_img
Homeຂ່າວພາຍ​ໃນແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ

ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ

Published on

ທ່ານ ໂຈມແຍງ ແພງທອງສະຫວັດ, ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ກະຊວງ ການຕ່າງປະເທດ ໃຫ້ຮູ້ໃນໂອກາດກອງປະຊຸມພົບປະກັບບັນດາທູດຕານຸທູດ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າລັດຖະບານທີ່ໃຫ້ທຶນ ຈັດຂື້ນເມື່ອບໍ່ດົນມານີ້ທີ່ແຂວງຊຽງຂວາງວ່າ: ຊຽງຂວາງ ແມ່ນແຂວງທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກຕົກຄ້າງໜັກໜ່ວງກວ່າໝູ່ໃນ ສປປ ລາວ, ຄາດວ່າມີລະເບີດບໍ່ທັນແຕກຕົກຄ້າງປະມານ 42.103.689 ໜ່ວຍ, ໃນນີ້ ສ່ວນໃຫຍ່ແມ່ນລະເບີດລູກຫວ່ານ ຫລື ບົ່ມບີ່.

ທ່ານໃຫ້ຮູ້ຕື່ມວ່າ: 7 ເມືອງພາຍໃນແຂວງຊຽງຂວາງ ແມ່ນໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກຕົກຄ້າງທັງໝົດ, ໃນນີ້ ເມືອງແປກ ໄດ້ຮັບຜົນກະທົບ 101 ບ້ານ, ເມືອງຄໍາ 96 ບ້ານ, ໜອງແຮດ 85 ບ້ານ, ເມືອງຄູນ 72 ບ້ານ, ເມືອງພູກູດ 42 ບ້ານ, ເມືອງຜາໄຊ 33 ບ້ານ ແລະ ເມືອງໝອກ 24 ບ້ານ.

ນັບແຕ່ປີ 2008 ຫາ ເດືອນຕຸລາ 2023 ມີອຸບັດເຫດຈາກບັນຫາລະເບີດບໍ່ທັນແຕກເກີດຂຶ້ນຢູ່ແຂວງຊຽງຂວາງທັງໝົດ 232 ຄັ້ງ, ໃນນີ້ ມີຜູ້ເສຍຊີວິດ 52 ຄົນ. ໃນໄລຍະຜ່ານມາ ໂດຍໄດ້ຮັບການສະໜັບສະໜູນທຶນຮອນຈາກປະເທດຜູ້ໃຫ້ທຶນ ແລະ ທຶນຂອງລັດຖະບານລາວ ເຮັດໃຫ້ສາມາດເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຂວາງໄດ້ 18.605 ເຮັກຕ່າ, ໃນນີ້ ເປັນດິນກະສິກໍາກວມເອົາ 87%. ສ່ວນການເກັບກູ້ລະເບີດບໍ່ທັນແຕກ ນັບແຕ່ປີ 2014 ຫາ 2023 ສາມາດເກັບກູ້ບົ່ມໃຫຍ່ 68 ໜ່ວຍ,ບົ່ມ ປີ້ 225.460 ໜ່ວຍ, ລະເບີດຝັ່ງດິນ 64 ໜ່ວຍ ແລະ ລະເບີດຊະນິດອື່ນໆ 66.377 ໜ່ວຍ, ມີອຸບັດເຫດຈາກລະເບີດ 232 ຄັ້ງ ມີຜູ້ຖືກເຄາະຮ້າຍ 331 ຄົນ.

​ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ກ່າວຕື່ມວ່າ: ລາວເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກຢ່າງໜັກໜ່ວງ ແລະ ບໍ່ຮູ້ວ່າອີກຈັກປີຈະສາມາດເກັບກູ້ບໍ່ທັນແຕກອອກຈາກແຂວງຊຽງຂວາງ ກໍຄື ໃນທົ່ວປະເທດໄດ້ໝົດ ເນື່ອງຈາກການເກັບກູ້ລະເບີດດັ່ງ ກ່າວຕ້ອງໃຊ້ງົບປະມານຢ່າງມະຫາສານ ຊຶ່ງລັດຖະບານລາວຍັງມີຈໍາກັດໃນດ້ານນີ້.

ທີ່ມາ:Lao Youth

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...