spot_img
Homeຂ່າວຍົນຕົກເຮືອບິນສູ້ຮົບ L39 ກອງທັບອາກາດຫວຽດນາມ ຕົກກາງທົ່ງນາທາງພາກກາງ ນັກບິນເສຍຊີວິດ!

ເຮືອບິນສູ້ຮົບ L39 ກອງທັບອາກາດຫວຽດນາມ ຕົກກາງທົ່ງນາທາງພາກກາງ ນັກບິນເສຍຊີວິດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ສິງຫານີ້ວ່າ ເກີດເຫດເຮືອບິນສູ້ຮົບ L39 ຂອງກອງທັບອາກາດຫວຽດນາມ ຕົກລົງກາງທົ່ງນາ ໃກ້ກັບສະຖາບັນເຝິກນັກບິນ ຢູ່ແຂວງຝູອຽນ (Phú Yên) ທາງພາກກາງຂອງປະເທດ ສົ່ງຜົນໃຫ້ນັກບິນເຝິກຫັດ ເສຍຊີວິດ 1 ຄົນ ຊຶ່ງນັບເປັນອຸບັດເຫດທາງການບິນທະຫານ ຄັ້ງທີ 3 ຂອງຫວຽດນາມ ນັບຕັ້ງແຕ່ເດືອນມິຖຸນາຜ່ານມານີ້.

ເມື່ອເດືອນມິຖຸນາ 2016 ເຮືອບິນສູ້ຮົບ ພ້ອມດ້ວຍນັກບິນ 2 ຄົນ ໄດ້ຕົກລົງລະຫວ່າງເຝິກຊ້ອມ ຢູ່ນອກຊາຍຝັ່ງ ແຂວງເຫງະອານ ທາງພາກເໜືອຂອງຫວຽດນາມ ແລະ ມີນັກບິນພຽງຄົນດຽວ ທີ່ສາມາດຊ່ວຍເຫລືອໄວ້ໄດ້, ຈາກນັ້ນ ອີກບໍ່ພໍເທົ່າໃດວັນຕໍ່ມາ ເຮືອບິນທະຫານ ທີ່ອອກປະຕິບັດການຄົ້ນຫາ ນັກບິນອີກຄົນໜຶ່ງທີ່ຍັງຄົງສູນຫາຍ ໄດ້ຂາດການຕິດຕໍ່ ແລະ ພົບໃນພາຍຫລັງວ່າ ເຮືອບິນໄດ້ຕົກ ແລະ ມີລູກເຮືອເສຍຊີວິດຍົກລຳ 9 ຄົນ.
VIETNAM-AVIATION-MILITARY-ACCIDENT VIETNAM-AVIATION-MILITARY-ACCIDENT

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...