spot_img
Homeປະເພນີ-ວັດທະນະທຳເອກະລັກຂອງສິ້ນ ແລະລັກສະນະການນຸ່ງສິ້ນ ທີ່ຖືກຕ້ອງຂອງແມ່ຍິງລາວ

ເອກະລັກຂອງສິ້ນ ແລະລັກສະນະການນຸ່ງສິ້ນ ທີ່ຖືກຕ້ອງຂອງແມ່ຍິງລາວ

Published on

ເຮົາທຸກຄົນຄົງຮູ້ກັນດີເລື່ອງສິ້ນທີ່ເຮົາເຄີຍນຸ່ງຕັ້ງແຕ່ນ້ອຍ ຈົນໃຫຍ່ ແຕ່ກໍອາດຈະມີບາງຄົນທີ່ຍັງບໍ່ຮູ້ເຖິງເອກະລັກສະເພາະຂອງສິ້ນລາວ ແລະລັກສະນະຂອງການນຸ່ງສິ້ນທີ່ຖືກຕ້ອງຂອງແມ່ຍິງລາວເຮົາ, ຍັງມີບາງຄົນທີ່ນຸ່ງແບບຜິດໆ, ມື້ນີ້ເຮົາມາຮູ້ນໍາກັນ

#   ເອກະລັກຂອງສິ້ນ

ສິ້ນເປັນອາພອນປະເພດໜຶ່ງທີ່ປະດັບໃນການແຕ່ງກາຍ,ໃນການດໍາລົງຊີວິດທີຕິດພັນກັບແມ່ຍິງລາວມາແຕ່ບູຮານນະການເຊິ່ງບໍ່ສາມາດຕັດແຍກອອກຈາກກັນໄດ້ ແລະເປັນວັດທະນາທໍາດັ່ງເດີມຈະມີການຕໍ່າຈາກເສັ້ນຝ້າຍ ແລະເສັ້ນໄໝ ປະສົມກັບຄວາມນິຍົມສີສັນສົດໄສ ສະດຸດຕາສະດຸດໃຈເມື່ອໄດ້ພົບເຫັນ ສິ້ນຕາມເອກະລັກວັດທະນາທໍາລາວສິ້ນປະກອບດ້ວຍ 3 ພາກສ່ວນຄື:

  • ສ່ວນຫົວສິ້ນ: ກວ້າງປະມານ1ຄືບເປັນຜ້າທີ່ເປັນລາຍລິ້ວສະຫຼັບຂີດກັບຜືນ ສໍາລັບຜືນທີ່ນໍາມາປະກອບກັບບັນດາຜືນສິ້ນ, ບາງກໍລະນີກໍ່ເປັນຜ້າສີດໍາ.
  • ສ່ວນຜືນ: ຈະລຽບດ້ວຍເສັ້ນໄໝ ຫຼືເສັ້ນຝ້າຍໂດຍຈະຕ້ອງຕໍ່າດ້ວຍເຕັກນິກ ມັດໝີ່ ສະຫຼັບກັບການຕໍ່າດ້ວຍເຕັກນິກຂີດລາຍ, ລາຍມັດໝີ່ດັ່ງເດີມນິຍົມມັດລາຍນາກ ຫຼືລາຍຫົງ. ສ່ວນລາຍຂີດ ນິຍົມຕໍ່າລາຍດອກແກ້ວ, ການຕໍ່າຈະເປັນລາຍລິ້ວຕາມວ່າງ ແລ້ວນໍາມາຫຍິບເປັນຜ້າສິ້ນ
  • ສ່ວນຕີນ: ສິ້ນນີ້ຈະຕໍ່າດ້ວຍເທັກນິກການຈົກ ໂດຍນິຍົມເຮັດເປັນຕີນສີແດງ ສ່ວນເສັ້ນຝຸງພິເສດໃນການຈົກ ຈະໃຊ້ສີສັນສົດໄສເຊັ່ນ: ຂຽວ, ເຫຼືອງ, ແດງ, ສົ້ມ ແລະອື່ນໆເປັນຕົ້ນ, ລັກສະນະໂຄງສ້າງລາຍຂ້ອນຂ້າງໃຫຍ່ ແລະ ນິຍົມສະເພາະສ່ວນເທິງຂອງຕີນສິ້ນ ເວັ້ນພື້ນແດງຕອນລຸ່ນ.

46136372521596973523

ເອກະລັກຂອງສິ້ນລາວແມ່ນ ໂຄງສີຂອງສິ້ນ ຈະເປັນສີເອກະລັກໂດຍນິຍົມໃຊ້ສີແດງເປັນຫຼັກເຊິ່ງຍ້ອມຈາກຄັ່ງ ສ່ວນຕົວສິ້ນຈະຕໍ່າດ້ວຍເຕັກນິກມັດໝີ່ສະຫຼັບຂີດລາຍຂະໜາດໃຫຍ່ເອີ້ນວ່າຕາໃຫຍ່ ແລະລາຍຂີດຂະໜາດນ້ອຍເປັນເສດລາຍລິ້ວເອີ້ນວ່າ ຕານ້ອຍ.

#  ລັກສະນະການນຸ່ງຖືທີ່ຖືກຕ້ອງ

ແມ່ຍິງລາວຕ້ອງນຸ່ງສິ້ນ ແຕ່ການນຸ່ງສິ້ນນັ້ນແລ້ວແຕ່ຜູ້ມັກ ຈະນຸ່ງສິ້ນສີໃດ, ຊະນິດໃດກໍ່ໄດ້ ແຕ່ໃຫ້ແມ່ນສິ້ນ ການນຸ່ງສິ້ນນັ້ນຕ້ອງໃຫ້ມີຫົວ, ມີຕີນ ແລະ ຜືນພ້ອມ, ຫາກນຸ່ງສິ້ນບໍ່ມີຫົວມີຕີນແລ້ວ ຕາມປະເພນີລາວ ມາຕັ້ງແຕ່ບູຮານນະການນັ້ນ ແມ່ນບໍ່ຖືກຕ້ອງ, ເພາະສະນັ້ນ ບູຮານກໍຄືປັດຈຸບັນ ຈຶ່ງນິຍົມສົ່ງເສີມໃຫ້ນຸ່ງສິ້ນໃຫ້ຄືດັ່ງຕໍ່ໄປນີ້:

  • ໃຫ້ນຸ່ງສິ້ນມີຫົວມີຕີນ
  • ເວລານຸ່ງສິ້ນຫ້າມບໍ່ໃຫ້ນຸ່ງສູງເກີນໄປ ໃຫ້ນຸ່ງສູງພຽງສາຍບື
  • ໃຫ້ນຸ່ງເຂີນ ຫຼືໃຫ້ລ່າມເກີນໄປ ໃຫ້ພໍດີພຽງບີແຄ່ງ ແລະບໍ່ຢ່ອນໜ້າຢ່ອນຫຼັງ

ຖ້າຫາກໃຫ້ຫາກເຮັດໄດ້ດັ່ງທີ່ກ່າວມາຂ້າງເທິງນັ້ນ ຖືວ່າຜູ້ນັ້ນເປັນແມ່ຍິງລາວ ທີ່ນຸ່ງສິ້ນຖືກຕ້ອງຕາມປະເພນີທີ່ເຮັດມາແຕ່ດົນນານ ແລະເຮົາຄວນອະນຸລັກຮັກສາໄວ້

ພາບປະກອບ: ຮູບພາບແມ່ຍິງລາວ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...