spot_img
Homeຂ່າວພາຍ​ໃນເສັ້ນທາງລົດໄຟ ລາວ-ຈີນພາຍໃຕ້ການຄຸ້ມຄອງຄວາມປອດໄພຂອງບໍລິສັດຟຣອນເທຍ ເຊີວິດ ລີມິເຕັດ

ເສັ້ນທາງລົດໄຟ ລາວ-ຈີນພາຍໃຕ້ການຄຸ້ມຄອງຄວາມປອດໄພຂອງບໍລິສັດຟຣອນເທຍ ເຊີວິດ ລີມິເຕັດ

Published on

ເສັ້ນທາງລົດໄຟ ລາວ-ຈີນພາຍໃຕ້ການຄຸ້ມຄອງຄວາມປອດໄພຂອງບໍລິສັດຟຣອນເທຍ ເຊີວິດ ລີມິເຕັດ ທີ່ມີພະນັກງານທັງໝົດ160 ກວ່າຄົນ, ໂດຍຈະປະຈຳການຕາມສະຖານີຕ່າງໆນັບແຕ່ສະຖານີໂດຍສານນະຄອນຫລວງວຽງຈັນ ຫາບໍ່ເຕນ, ພ້ອມນີ້ ຍັງມີປະຈຳການຕາມສະຖານີຂົນສົ່ງສິນຄ້າ ແລະບ່ອນເກັບມ້ຽນສິນຄ້າຕ່າງໆນຳອີກ.

ທ່ານ ກົວເຈຍຄ່າຍ ຜູ້ຈັດການໂຄງການຮັກສາຄວາມປອດໄພ ບໍລິສັດຟຣອນເທຍ ເຊີວິດ ລີມິເຕັດ ກ່າວວ່າ: ບໍລິສັດເຮັດໜ້າທີ່ ເພື່ອຮັກສາຄວາມປອດໄພຕາມແລວທາງລົດໄຟລາວ-ຈີນ ແຕ່ລະສະຖານີ, ປັດຈຸບັນກຳລັງຢູ່ໃນຂັ້ນທົດລອງເພື່ອກວດສອບ ແລະ ທົດລອງວຽກການຮັກສາຄວາມປອດໄພຕົວຈິງ.

ຢ່າງໃດກໍຕາມ, ໜ້າທີ່ຮັບຜິດຊອບຕົ້ນຕໍຂອງບໍລິສັດ ແມ່ນການຮັກສາຄວາມປອດໄພ ແລະ ຮັບຜິດຊອບທາງລົດໄຟທັງໝົດ ເປັນຕົ້ນ ບໍ່ໃຫ້ມີຂີ້ລັກງັດແງະ, ແລະເຮັດສິ່ງບໍ່ດີ ຕາມແລວທາງລົດໄຟ ຮັບປະກັນບໍ່ໃຫ້ເກີດບັນຫາຕ່າງໆ ໃນເວລາຂະບວນລົດໄຟກຳລັງແລ່ນຢູ່ເທິງລາງ.

ບໍລິສັດຮັກສາຄວາມປອດໄພຟຣອນເທຍ ເຊີວິດ ລີມິເຕັດ (Frontier Services Limited) ແມ່ນກຸ່ມທຳອິດທີ່ໄດ້ເຂົ້າມາເຮັດໜ້າທີ່ຮັກສາຄວາມປອດໄພ ແລະ ໄດ້ເຮັດວຽກຮ່ວມກັບໂຄງການລົດໄຟລາວ-ຈີນ.

ຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...