spot_img
Homeຂ່າວທ້ອງຖິ່ນເຟສບຸ໊ກຮ່ວມມື ກັບ ຄມສ ຍົກລະດັບໃຫ້ 4 ປະເທດກ່ຽວກັບໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ

ເຟສບຸ໊ກຮ່ວມມື ກັບ ຄມສ ຍົກລະດັບໃຫ້ 4 ປະເທດກ່ຽວກັບໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ

Published on

ນະຄອນຫຼວງວຽງຈັນ, ສ ປປ ລາວ / ນະຄອນຫຼວງຮ່າໂນ່ຍ, ສສ ຫວຽດນາມ ວັນທີ 31 ສິງຫາ 2020 ເຟສບຸກ ແລະ ກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ໄດ້ລິເລີ່ມການຮ່ວມມື ເພື່ອສະໜອງຂໍ້ມູນການເຕືອນໄພນໍ້າຖ້ວມລ່ວງໜ້າ ແລະ ການຕິດຕາມໄພແຫ້ງແລ້ງໃຫ້ແກ່ຊຸມຊົນ ແລະ ລັດຖະບານໃນເຂດລຸ່ມແມ່ນໍ້າຂອງ.

ການຮ່ວມມືຄັ້ງທຳອິດນີ້ ແມ່ນແນໃສ່ເພື່ອສ້າງຄວາມຮັບຮູ້ໃຫ້ແກ່ປະຊາຊົນທົ່ວໄປໃນ 4 ປະເທດສະມາຊິກ (ຄສມ)ຄື: ປະເທດລາວ, ກຳປູເຈຍ, ໄທ ແລະ ຫວຽດນາມ ກ່ຽວກັບລະບົບຂໍ້ມູນຂ່າວສານກ່ຽວກັບໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງຂອງ ຄມສ ແລະ ເພື່ອສ້າງຄວາມອາດສາມາດໃຫ້ແກ່ເຈົ້າ ໜ້າທີ່ກ່ຽວຂ້ອງ ໃນການນຳໃຊ້ລະບົບດິຈີຕອນ ອອນລາຍ ໃນລະຫວ່າງປີ 2020-2021.

ອີງຕາມ, ບົດລາຍງານຂອງອົງການສະຫະປະຊາຊາດ ກ່ຽວກັບການສູນເສຍທາງດ້ານເສດຖະກິດ, ຄວາມທຸກຍາກ ແລະ ໄພພິບັດ, ສອງທົດສະວັດທີ່ຜ່ານມາໄດ້ເຫັນການສູນເສຍທາງດ້ານເສດຖະກິດໂດຍກົງຈາກໄພພິບັດທີ່ກ່ຽວຂ້ອງກັບດິນຟ້າອາກາດເພີ່ມຂຶ້ນເຖິງ 250%. ໃນຂົງເຂດແມ່ນໍ້າຂອງໃນໄລຍະປີ 1998-2017 ເຊິ່ງປະເທດໄທໄດ້ຮັບຜົນກະທົບໜັກທີ່ສຸດ, ປະເມີນຄວາມເສຍຫາຍປະມານ 52,4 ຕື້ໂດລາ. ຄ່າໃຊ້ຈ່າຍສະເລ່ຍຕໍ່ປີຂອງນໍ້າຖ້ວມໃນເຂດລຸ່ມແມ່ນໍ້າຂອງ ແມ່ນປະມານ 60-70 ລ້ານໂດລາ. ປະເທດກຳປູເຈຍ ແລະ ຫວຽດນາມ ແມ່ນກວດເອົາສອງໃນສາມຂອງພາກພື້ນແມ່ນໍ້າຂອງທີ່ໄດ້ຮັບຄວາມເສຍຫາຍຈາກໄພນໍ້າຖ້ວມປະຈຳປີ.

ທ່ານ ປອ. ອານຸລັກ ກິດຕິຄຸນ ຫົວໜ້າວາງແຜນຍຸດທະສາດ ແລະ ການຮ່ວມມືຂອງ ຄມສ ໄດ້ກ່າວວ່າ “ພວກເຮົາເຫັນຄວາມສຳຄັນທີ່ສຸດໃນການສະໜອງຂໍ້ມູນທີ່ວ່ອງໄວ ແລະ ໜ້າເຊື່ອຖືກ່ຽວກັບ ລະດັບນໍ້າໃຫ້ແກ່ບັນດາປະເທດແມ່ນໍ້າຂອງ ແລະ ຊຸມຊົນທີ່ປະສົບກັບໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ແລະ ສະພາບອາກາດປ່ຽນແປງຕະຫຼອດເວລາ ເພື່ອໃຫ້ພວກເຂົາເຫຼົ່ານັ້ນສາມາດຮັບມື ເພື່ອຫຼີກລ່ຽງ ຫຼື ຫຼຸດຜ່ອນຄວາມສ່ຽງ ໄດ້ທັນເວລາ ແລະ ກະກຽມການຕອບໂຕ້ທີ່ມີປະສິດທິຜົນ”.

(ຄມສ) ໄດ້ຕິດຕັ້ງສະຖານີອຸທົກກະສາດ 22 ແຫ່ງ ຕາມສາຍນໍ້າຫຼັກຂອງແມ່ນໍ້າຂອງຕອນລຸ່ມ ເພື່ອຕິດຕາມ ແລະ ເກັບກຳຂໍ້ມູນລະດັບນໍ້າ ແລະ ປະລິມານນໍ້າຝົນ ເຊິ່ງປ້ອນເຂົ້າໃນລະບົບພະຍາກອນໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງຂອງແມ່ນໍ້າຂອງ. ເຟສບຸ໊ກຍັງຈະຝຶກອົບຮົມໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຈາກ 4 ປະເທດສະມາຊິກ ກ່ຽວກັບວິທີໃຊ້ເຄື່ອງມືດິຈີຕອນທີ່ແຕກຕ່າງກັນເພື່ອໃຫ້ສື່ສານຢ່າງມີປະສິດທິຜົນ ແລະ ວ່ອງໄວ ໃນລະຫວ່າງ ແລະ ຫຼັງເກີດໄພພິບັດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...