spot_img
Homeຂ່າວທ້ອງຖິ່ນເຟສບຸ໊ກກຽມດຳເນີນຄະດີຕາມກົດໝາຍກັບທາງລັດຖະບານໄທ

ເຟສບຸ໊ກກຽມດຳເນີນຄະດີຕາມກົດໝາຍກັບທາງລັດຖະບານໄທ

Published on

ເຟສບຸ໊ກຖະແຫຼງການວ່າ ກຽມດຳເນີນການທາງດ້ານກົດໝາຍຫຼັງຖືກລັດຖະບານໄທໃຫ້ປິດກັ້ນກຸ່ມທີ່ມີເນື້ອຫາສຸ່ມສ່ຽງຕໍ່ການລະເມີດກົດໝາຍ ເຊິ່ງຂັດກັບຫຼັກສິດທິມະນຸດ ແລະ ກະທົບຕໍ່ການສະແດງຄວາມເຫັນຢ່າງເສລີພາບ.

ສຳນັກຂ່າວຣອຍເຕີ ລາຍງານວ່າ ເມື່ອວັນທີ 24 ສິງຫາ ທີ່ຜ່ານມາ ເຟສບຸ໊ກໄດ້ຈຳກັດການເຂົ້າເຖິງກຸ່ມຜູ້ໃຊ້ເຟສບຸ໊ກກຸ່ມໜຶ່ງສຳລັບຄົນທີ່ຢູ່ໃນປະເທດໄທແລ້ວ ຫຼັງຈາກທີ່ລັດຖະບານໄທໄດ້ຂູ່ວ່າຈະໃຊ້ມາດຕະການທາງກົດໝາຍຈັດການກັບເຟສບຸ໊ກ ເພາະບໍ່ຍອມລົບເນື້ອຫາທີ່ມີຄວາມສ່ຽງຕໍ່ການກະທຳທີ່ຜິດກົດໝາຍໃນກຸ່ມດັ່ງກ່າວທີ່ມີສະມາຊິກຫຼາຍເຖິງ 1 ລ້ານຄົນ.

ທາງດ້ານໂຄສົກຂອງເຟສບຸ໊ກ ກ່າວວ່າ “ເຟສບຸ໊ກໄດ້ຮັບແຮງກົດດັນຈາກທາງລັດຖະບານໄທໃຫ້ຈຳກັດການສະແດງອອກທາງການເມືອງບາງປະເພດໃນໄທ ໂດຍລັດຖະບານໄທອອກມາຂູ່ວ່າຈະມີການດຳເນີນຄະດີອາຍາກັບຕົວແທນເຟສບຸ໊ກໃນໄທ ຫາກບໍ່ມີການຈັດການ”.

ແນວໃດກໍ່ຕາມ, ເຟສບຸ໊ກໄດ້ລະບຸວ່າ ປັດຈຸບັນທາງບໍລິສັດກຳລັງພິຈາລະນາກຽມດຳເນີນຄະດີຕາມກົດໝາຍກັບທາງລັດຖະບານໄທ ໂດຍລະບຸວ່າ ຄຳຮ້ອງຂໍຂອງລັດຖະບານໄທຂັດກັບຫຼັກການກົດໝາຍສິດທິມະນຸດ ແລະ ສົ່ງຜົນຕໍ່ຄວາມສາມາດໃນການສະແດງຄວາມຄິດເຫັນຂອງປະຊາຊົນ.

ທັງນີ້, ໂຄສົກເຟສບຸ໊ກກ່າວຕື່ມກັບ CNN ວ່າ “ເຟສບຸກເຮັດວຽກເພື່ອປົກປ້ອງ ແລະ ຄຸ້ມຄອງສິດທິຜູ້ໃຊ້ງານອິນເຕີເນັດທຸກຄົນ ແລະ ກຽມດຳເນີນກົດໝາຍກັບຄໍາຮ້ອງຂໍນີ້”.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...