spot_img
Homeຂ່າວພາຍ​ໃນເປີດອົບຮົມສຳມະນາວ່າດ້ວຍກົດຫມາຍສາກົນ ແລະ ສິດທິມະນຸດ

ເປີດອົບຮົມສຳມະນາວ່າດ້ວຍກົດຫມາຍສາກົນ ແລະ ສິດທິມະນຸດ

Published on

22

ກອງປະຊຸມສຳມະນາວ່າດ້ວຍຫົວຂໍ້ກົດຫມາຍ ສາກົນ ແລະ ສິດທິມະນຸດ ໂດຍການສະຫນັບສະ ຫນູນຈາກລັດຖະບານ ສປປ ລາວ, ປະເທດແຟງລັງ, ສະຫະພາບເບເອີລົບ, ອົງການສະຫະປະຊາຊາດ ເພື່ອການພັດທະນາ, ສະຖານເອກອັກ ຄະຣາຊະທູດ ອົດສະຕຣາລີີີ ປະຈຳ ສປປ ລາວ ໄດ້ຈັດ ຂຶ້ນໃນວັນທີ 3-4 ເມສາ 2014 ນີ້ທີ່ ທ່າລາດ ແຂວງ ວຽງຈັນ, ໂດຍການເປັນປະ ທານຂອງທ່ານ ພົງສະຫວັດ
ບຸບຜາ, ລັດຖະມົນຕີ, ຫົວຫນ້າຫ້ອງວ່າການປະທານ ປະເທດ, ປະທານຄະນະຊີ້ ນຳລະດັບຊາດໃນການປະສານງານດ້ານສິດທິມະນຸດ, ພ້ອມດ້ວຍຫົວຫນ້າກົມ, ຮອງ ກົມ, ຫົວຫນ້າພະແນກການ ແລະ ບັນດາແຂກທີ່ຖືກເຊີນ ເຂົ້າຮ່ວມ.
ໃນໂອກາດເປີດການສຳ ມະນາຊຸດນີ້ທ່ານ ພົງສະຫວັດ ບຸບຜາ ກໍ່ໄດ້ຖະແຫຼງການໃຫ້ ຮູ້ກ່ຽວກັບນະໂຍບາຍທາງ ດ້ານສິດທິມະນຸດຂອງ ສປປ ລາວ ໂດຍທ່ານກໍ່ໄດ້ຍົກເອົາ ບາງບັນຫາທີ່ສຳຄັນໃນນະໂຍ ບາຍທາງດ້ານກົດໝາຍຂອງ ສປປ ລາວ  ມາກ່າວຄືນໂດຍ ສະເພາະນະໂຍບາຍທາງ ດ້ານກົດຫມາຍນັບຕັ້ງແຕ່ສະ ໄຫມເຈົ້າຟ້າງຸ່ມເພື່ອເປັນ ແວ່ນແຍງ ແລະ ຊີ້ທິດເຍືອງ ທາງໃນນະໂຍບາຍດ້ານກົດ  ຫມາຍໃຫ້ແກ່ ສປປ ລາວ ຈາກອາດິດຈົນເຖິງປັດຈຸບັນ. ໃນໂອກາດດຽວກັນນີ້ກໍ່ມີ ທ່ານ ພູໂຂງ ສີສຸລາດ, ຫົວ ຫນ້າກົມສົນທິສັນຍາ ແລະ ກົດຫມາຍ, ທ່ານ ແສງພະອາ ທິດ ສະນຸກຜົນ, ພະແນກສົນ ທິສັນຍາສາກົນດ້ານສິດທິມະ ນຸດ ແລະ ມະນຸດສະທຳສາ ກົນ, ທ່ານ ວົງວິໄລ ທິບພະລັງ ສີ, ຫົວຫນ້າພະແນກສົນທິ ສັນຍາສາກົນດ້ານສິດທິມະ ນຸດ ແລະ ມະນຸດສະທຳສາ ກົນ, ທ່ານ ຊາຍຟອງ ແສງດາ ລາ, ວິຊາການພະແນກສົນທິ ສັນຍາສອງຝ່າຍ, ທ່ານສັກປະ ເສີດສີສຸກ, ຮອງຫົວຫນ້າພະ ແນກສົນທິສັນຍາຫຼາຍຝ່າຍ ຂຶ້ນກ່າວຖະແຫຼງການສະລັບ ສັບປ່ຽນກັນໃນຫົວຂໍ້ຕ່າງໆ ເປັນຕົ້ນແມ່ນຫົວຂໍ້ການປົກ ຄອງລັດດ້ວຍກົດຫມາຍ ແລະ ການປະຕິບັດພັນທະສາກົນ ດ້ານສິດທິມະນຸດຂອງ ສປປ ລາວ, ຄວາມເຂົ້າໃຈກ່ຽວກັບ ສິດທິມະນຸດ ແລະ ກົນໄກ ດ້ານສິດທິມະນຸດ, ບາງທັດ ສະນະພື້ນຖານຂອງກົດໝາຍ ມະນຸດສະທຳສາກົນ, ການສົ່ງ ຜູ້ຮ້າຍຂ້າມແດນ, ສານອາຍາ ກົດຫມາຍ ແລະ ສານຍຸຕິທຳ ສາກົນ ແລະ ບົດບາດຂອງສະ ພາຄວາມຫມັ້ນຄົງສະຫະປະ ຊາຊາດໃນຂະບວນການສັນ ຕິພາບຢູ່ໃນໂລກ ເຊິ່ງໃນແຕ່ ລະຫົວຂໍ້ບັນຫາທີ່ຍົກເອົາມາ ສຳມະນານັ້ນລ້ວນແຕ່ໄດ້ ສ້າງຄວາມສົນໃຈໃຫ້ແກ່ບຸກ ຄະລາກອນທີ່ເຂົ້າຮ່ວມຮັບ ຟັງໃນຄັ້ງນີ້ໂດຍຕ່າງຝ່າຍ ກໍ່ໄດ້ມີການແລກປ່ຽນປະ ກອບຄຳຄິດຄຳເຫັນຕໍ່ຫົວຂໍ້ ເນື້ອໃນດັ່ງກ່າວອັນສ້າງໄດ້ ບັນຍາກາດຂອງງານມີຄວາມ ຟົດຟື້ນຕື່ນຕົວຕໍ່ບັນຫາດັ່ງ ກ່າວ.

 

ທີ່ມາ  http://www.kongthap.gov.la/

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...