spot_img
Homeເກມເປັນເລື່ອງ!! ເມື່ອ EA ແບນຜູ້ໃຊ້ລະບົບ Origin ທີ່ປະເທດສະຫະລັດອາເມຣິກາຂວ້ຳບາດທາງການເມືອງ

ເປັນເລື່ອງ!! ເມື່ອ EA ແບນຜູ້ໃຊ້ລະບົບ Origin ທີ່ປະເທດສະຫະລັດອາເມຣິກາຂວ້ຳບາດທາງການເມືອງ

Published on

​ເປັນເລື່ອງໃຫຍ່ໂຕກັນຂ້າມຄືນກັນເລີຍເມື່ອມີຜູ້ຫຼິ້ນນາມວ່າ: Trivial_sublime ຈາກປະເທດມຽນມາໄດ້ລາຍງານໃນ Reddit ວ່າບໍ່ສາມາດຫຼິ້ນເກມໃນ Origin ທີ່ຊື້ມາໄດ້ແມ້ແຕ່ເກມດຽວ ໂດຍລາວກ່າວວ່າເມື່ອລ໋ອກອິນແລ້ວພົບຂໍ້ຄວາມ “Access Denied” ແລະເມື່ອໄປຫາໃນ Google ກໍພົບວ່າ ລະບົບ Origin ນັ້ນໃຊ້ງານໃນປະເທດມຽນມາບໍ່ໄດ້ແລ້ວ.

        ເຊັ່ນດຽວກັນກັບຜູ້ຫຼິ້ນຊາວອີຣານອີກຄົນທີ່ບໍ່ສາມາດໃຊ້ Origin ໄດ້ຄືກັນ, ໂດຍຄຳຕອບຂອງທາງ Community Manager ທີ່ເປັນໂຕແທນຂອງ EA ນັ້ນກ່າວວ່າອັບເດດ Origin 10 ຫຼ້າສຸດນັ້ນຈຳເປັນຕ້ອງເຮັດຕາມກົດໝາຍຂອງສະຫະລັດອາເມຣິກາ (ທີ່ EA ຕັ້ງຢູ່) ແລະບລັອກການໃຊ້ງານໃນບາງປະເທດ (ນັ້ນກໍຄືປະເທດທີ່ທາງສະຫະລັດອາເມຣິກາ ກຳລັງຂວ້ຳບາດຢູ່ນັ້ນເອງ) ເຊັ່ນ: ຄິວບາ, ອີຣານ, ມຽນມາ, ຊູດານ, ຊີເຣຍແລະເຂດໄຄຣ໌ເມຍຂອງປະເທດຢູເຄຣນ. ແຕ່ມີເລື່ອງແປກຢູ່ຢ່າງໜຶ່ງຄື ຊ່ວງຕົ້ນເດືອນປະທານາທິບໍດີສະຫະລັດອາເມຣິກາໄດ້ປະກາດຍົກເລີກຂວ້ຳບາດມຽນມາໄປແລ້ວ ແຕ່ວ່າກໍຍັງຖືກບລັອກຢູ່. 

        ຫຼ້າສຸດນີ້ເອງທາງໂຕແທນ EA ກໍໄດ້ອອກມາກ່າວວ່າກຳລັງພະຍາຍາມໃຫ້ຜູ້ຫຼິ້ນໃນມຽນມາກັບມາຫຼິ້ນໄດ້ໄວທີ່ສຸດແລະຂໍອະໄພສຳລັບຄວາມບໍ່ສະດວກ ແລະຈະອັບເດດຄວາມຄືບໜ້າໃຫ້ໄວທີ່ສຸດ, ແຕ່ສຳລັບເກມເມີ້ໃນປະເທດອື່ນໆ ທີ່ຖືກສະຫະລັດຯຂຶ້ນບັນຊີດຳນັ້ນອາດຈະລຳບາກກວ່າເພາະບໍ່ມີກົດໝາຍໃດໆ ຄຸ້ມຄອງແລະບໍ່ສາມາດຮຽກຮ້ອງໃຫ້ຄືນເງິນໄດ້ນຳ ເວົ້າໄດ້ວ່າເສຍເງິນໄປລ້າໆເລີຍ.  

         ຖ້າທຽບກັນກັບທາງ Steam ຍັງຖືວ່າອ່ອນຂໍ້ໃຫ້ກວ່າເລັກນ້ອຍ ໂດຍຍັງໃຫ້ຜູ້ຫຼິ້ນຈາກປະເທດດັ່ງກ່າວຫຼິ້ນເກມໃນ Library ທີ່ຊື້ໄປແລ້ວໄດ້ ແຕ່ວ່າບໍ່ສາມາດຊື້ເກມໃໝ່ໆໄດ້ ເວົ້າໄດ້ວ່າເປັນກໍລະນີສະເທືອນໃຈຫຼາຍທີ່ສຸດສຳລັບຊາວເກມເມີ້ຮ່ວມໂລກຂອງເຮົາແທ້ໆ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...