spot_img
Homeຂ່າວຕ່າງປະເທດເນື່ອງຈາກມີຝົນຕົກໜັກ ແລະ ພາຍຸເຮັດໃຫ້ຫຼາຍພື້ນທີ່ໃນເມືອງລອນດອນເກີດມີນໍ້າຖ້ວມ

ເນື່ອງຈາກມີຝົນຕົກໜັກ ແລະ ພາຍຸເຮັດໃຫ້ຫຼາຍພື້ນທີ່ໃນເມືອງລອນດອນເກີດມີນໍ້າຖ້ວມ

Published on

ເວັບໄຊ້ BBC News ໄດ້ລາຍງານເຖິງເຫດການນໍ້າຖ້ວມຢູ່ເມືອງລອນດອນປະເທດອັງກິດ ເຊິ່ງເຮັດໃຫ້ເສັ້ນທາງຫຼາຍສາຍບໍ່ສາມາດສັນຈອນໄປມາໄດ້ ແລະ ສະຖານີລົດໄຟຟ້າໃຕ້ດິນກໍໄດ້ຮັບຜົນກະທົບ ໂດຍທາງເຈົ້າໜ້າທີ່ໄດ້ແນະນໍາບໍ່ໃຫ້ມີການເດີນທາງໃນຊ່ວງນີ້ເພື່ອຄວາມປອດໄພ.

ທາງດ້ານສໍານັກງານສິ່ງແວດລ້ອມຂອງປະເທດອັງກິດໄດ້ອອກມາເຕືອນກ່ຽວກັບນໍ້າຖ້ວມສອງຄັ້ງໃນເມືອງລອນດອນທີ່ໃກ້ກັບ Beverley Brook in Worcester Park ແລະ West Barnes. ນອກຈາກນີ້, ຍັງໄດ້ມີການແຈ້ງເຕືອນນໍ້າຖ້ວມທີ່ຮຸນແຮງໂດຍລວມປະມານ 14 ຄັ້ງ ເຊິ່ງສ່ວນໃຫຍ່ຈະເກີດຂຶ້ນຢູ່ບໍລິເວນເມືອງຫຼວງຂອງອັງກິດ ແລະ ບໍລິເວນໃກ້ຄຽງເມືອງຫຼວງ.

ນັກອຸຕຸນິຍົມວິທະຍາຂອງ Met Office meteorologist ໄດ້ກ່າວວ່າ: ພື້ນທີ່ບາງສ່ວນຂອງພາກໃຕ້ອາດຈະເກີດມີຝົນຕົກ ແລະ ເມືອງລອນດອນເອງກໍໄດ້ຮັບຜົນກະທົບຈາກນໍ້າຖ້ວມຢ່າງຮຸນແຮງຫຼັງຈາກທີ່ມີຝົນຕົກໜັກເປັນໄລຍະເວລາໜຶ່ງເດືອນ.

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...