spot_img
Homeມູມໄອທີລາວເຕືອນໄພ! ມັລແວຣ໌ຊະນິດໃໝ່ ພຽງແຕ່ເຊລຟີກໍຖືກລັກຂໍ້ມູນແບບງ່າຍໆ

ເຕືອນໄພ! ມັລແວຣ໌ຊະນິດໃໝ່ ພຽງແຕ່ເຊລຟີກໍຖືກລັກຂໍ້ມູນແບບງ່າຍໆ

Published on

ທີມວິໄຈໄພຄຸກຄາມອຸປະກອນມືຖື McAfee Labs ພົບແອບພີ ເຄເຊິນຕົວໃໝ່ ທີ່ເປັນອັນຕະລາຍຫຼາຍ ກັບຜູ້ໃຊ້ງານຕົວແປຈາກມັລແວຣ໌ ໂທຣຈັນ Acecard (aka Torec) ມັນໄດ້ພົບຖຶກໂຈມຕີຄັ້ງທຳອິດເມືອເດືອນກຸມພາ

ໂດຍຈະມາໃນລັກສະນະຂອງການແອບອ້າງຈາກທະນາ ຄານ ຂໍລາຍະອຽດບັດເຄຣດິດ ຖາມຂໍ້ມູນສ່ວນຕົວເຊັ່ນ ຊື່ບຸກຄົນໃນຄອບ ຄົວ ເພື່ອທຳການປັບປຸງໃຫ້ບໍລິການ ຫຼັງຈາກນັ້ນຈະເຮັດໃຫ້ການຢືນຢັນຕົວຕົນ ໂດຍການອັບໂຫຼດພາບຖ່າຍ ຫຼື ເອກະສານສະແດງຕົວຕົນເຊັນ ໃນອະນຸຍາດຂັບຂີ່ເປັນຕົ້ນ.

ນອກຈາກນີ້ Acecard ບາງຕົວມີການແຝງການຕິດຕັ້ງຕົວແປງສັນຍານວີດີໂອ ປັກອິນ ຫຼື ແອບ ສຳລັບການເບິ່ງວີດີໂອ ເມື່ອມັລແວຣ໌ເຂົ້າ ໄປໃນອຸປະກອນແອນດຣອຍ ກໍຈະແຝງລັກຂໍ້ມູນຕ່າງໆຂອງຜູ້ໃຊ້ງານ ບາງຄັ້ງມັລແວຣ໌ Acecard ກໍຈະແຝງຕົວມາໃນຮູບແບບ GooglePlay  ດ້ວຍການຂໍຮ້ອງບັດເຄດິດຕາມມາດ້ວຍຊື່, ວັນເດືອນປີເກີດ, ໝາຍເລກໂທລະສັບ, ວັນໝົດອາຍຸຂອງບັດ ແລະ ccv (ລະຫັດພັສເວິດ) ຕະຫຼອດຈົນ ເຖິງການຂໍຖ່າຍຮູບບັດປະຊາຊົນ ຫຼື ໜັງສືເດີນທາງ ດ້ວຍການແຝງມາໃນຮູບແບບນີ້ຈິ່ງເຮັດໃຫ້ມີບາງຄົນຫຼົງເຊື່ອໂດຍບໍ່ຄິດຄຳນຶງຜົນຕາມມາກວ່າ ຈະຮູ້ຕົວອີກກໍສູນເສຍຊັບສິນ ຫຼື ຂໍ້ມູນໄປປາກົດເທິງສື່ສາທາລະນະໄປສະແລ້ວ.

ຂຽນໂດຍ   ດາວ (ໜັງສືພິມເສດຖະກິດ-ສັງຄົມ)
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...