spot_img
Homeຂ່າວຕ່າງປະເທດເຈົ້າບ່າວຖືກເຈົ້າສາວບອກເລີກ ກາງງານດອງ ເພາະເລົ່າບັ້ງສູດບໍ່ໄດ້

ເຈົ້າບ່າວຖືກເຈົ້າສາວບອກເລີກ ກາງງານດອງ ເພາະເລົ່າບັ້ງສູດບໍ່ໄດ້

Published on

ເລື່ອງນີ້ເກີດຂື້ນໃນວັນທີ 1 ພຶດສະພາ ທີ່ຜ່ານມາ ໃນງານແຕ່ງດອງ ທີ່ລັດ Uttar Pradesh ປະເທດອິນເດຍ ເຊິ່ງເປັນງານແຕ່ງດອງ ແບບບັ້ງຄັບ, ເຈົ້າສາວໄດ້ລຸກຂຶ້ນປະກາດຍົກເລີກການແຕ່ງດອງ ຫຼັງຈາກທົດລອງ ໂດຍການໃຫ້ເຈົ້າບ່າວເລົ່າບັ້ງຄູນງ່າຍໆ ແຕ່ເຈົ້າບ່າວບໍ່ສາມາດເລົ່າໄດ້.

ສື່ມວນຊົນທ້ອງຖິ່ນລາຍງານວ່າ: ຫຼັງຈາກທີ່ເຈົ້າບ່າວ ມາຮອດສະຖານທີ່ຈັດງານ ກ່ອນທີ່ເຈົ້າສາວຈະເອົາພວງມາໄລຄ້ອງໃຫ້ເຈົ້າບ່າວ ເຈົ້າສາວໄດ້ຂໍທົດສອບຄວາມຮູ້ ຂອງເຈົ້າບ່າວ ໂດຍການໃຫ້ເລົ່າບັ້ງສູດ ບັ້ງສອງ ແຕ່ເຈົ້າບ່າວເລົ່າບໍ່ໄດ້ ເຮັດໃຫ້ເຈົ້າສາວຮູ້ສຶກບໍ່ພໍໃຈ ແລະ ໄດ້ປະກາດໃຫ້ຢຸດການຈັດພິທີແຕ່ງດອງທັນທີ.

ເຖິງແມ່ນວ່າ ຍາດຕິພີ່ນ້ອງ ຂອງເຈົ້າສາວ ແລະ ຄອບຄົວເຈົ້າບ່າວ ພະຍາຍາມເວົ້າໃຫ້ເຈົ້າສາວປ່ຽນໃຈ ແຕ່ລາວກໍຢືນຢັນວ່າ ລາວຈະບໍ່ເຂົ້າພິທີແຕ່ງດອງອີກ ໂດຍໃຫ້ຫດຜົນວ່າ ລາວບໍ່ສາມາດແຕ່ງດອງກັບຄົນທີ່ບໍ່ມີຄວາມຮູ້ພື້ນຖານໄດ້ ຂະໜາດຄະນິດສາດງ່າຍໆ ຍັງບໍ່ສາມາດຕອບໄດ້ ເຊິ່ງເປັນເຫດຜົນດັ່ງກ່າວນີ້ ເຮັດໃຫ້ພີ່ນ້ອງ ຂອງເຈົ້າສາວຫຼາຍຄົນເຂົ້າໃຈ ແລະ ຊົມເຊີຍ.

ເຖິງຢ່າງໃດກໍ່ຕາມ, ສຸດທ້າຍງານແຕ່ງດອງກໍ່ຖືກຍົກເລີກ ຫຼັງຈາກຕຳຫຼວດເຂົ້າມາຊ່ວຍໄກ່ເກ່ຍ ແລະ ທັງສອງຝ່າຍໄດ້ຕົກລົງເຫັນດີ ທີ່ຈະສົ່ງຄືນສິນສອດຕ່າງໆ ທີ່ໄດ້ຮັບມາໃນເບື້ອງຕົ້ນ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...