spot_img
Homeຂ່າວພາຍ​ໃນເຂື່ອນໄຟຟ້ານໍ້າຕົກນໍ້າອູ 7 ແຫ່ງສຳເລັດການກໍ່ສ້າງ

ເຂື່ອນໄຟຟ້ານໍ້າຕົກນໍ້າອູ 7 ແຫ່ງສຳເລັດການກໍ່ສ້າງ

Published on

ເຂື່ອນໄຟຟ້ານໍ້າຕົກທັງເຈັດແຫ່ງ ໂດຍສະເພາະກໍແມ່ນເຂື່ອນໄຟຟ້ານໍ້າອູ 1, 2, 3, 4, 5, 6 ແລະ 7 ປັດຈຸບັນສຳເລັດການກໍ່ສ້າງທັງໝົດພ້ອມດໍາເນີນການຜະລິດແລ້ວຈຳນວນ 6 ເຂື່ອນ ຂະນະທີ່ເຂື່ອນນໍ້າອຸ 7 ແມ່ນໄດ້ກໍ່ສ້າງສໍາເລັດໂດຍພື້ນຖານ ແລະກຳລັງຢູ່ໃນຂັ້ນຕອນທົດລອງຜະລິດ.

ໂຄງການອອກເປັນ 2 ໄລຍະຄື : ໄລຍະທີ 1 ລວມມີ ໂຄງການນໍ້າອູ 2-5-6 ໄດ້ເຊັນສັນຍາສໍາປະທານໃນປີ 2012, ທັງ 3 ເຂື່ອນມີກໍາລັງຕິດຕັ້ງທັງໝົດ 540 MW, ສາມາດຜະລິດກະແສໄຟຟ້າໄດ້ 2.290 ກິໂລວັດໂມງ/ປີ (Gwh/y) ແລະ ໄດ້ເລີ່ມຕົ້ນດໍາເນີນການຜະລິດມາແຕ່ ເດືອນມັງກອນ 2017 ເປັນຕົ້ນມາ; ສຳລັບໄລຍະທີ 2 ແມ່ນໂຄງການນໍ້າອູ 1-3-4-7 ໄດ້ເຊັນສັນຍາສໍາປະທານໃນປີ 2015 ເຊິ່ງທັງ 4 ເຂື່ອນລວມມີກໍາລັງຕິດຕັ້ງ 732 MW, ສາມາດຜະລິດກະແສໄຟຟ້າໄດ້ 2.893 Gwh/y ແລະມີ 3 ໂຄງການໄດ້ສໍາເລັດ ພ້ອມດໍາເນີນການຜະລິດມາແຕ່ຕົ້ນປີ 2020, ສ່ວນນໍ້າອຸ 7 ແມ່ນໄດ້ກໍ່ສ້າງສໍາເລັດແລ້ວໂດຍພື້ນຖານ, ປັດຈຸບັນພວມຢູ່ໃນຂັ້ນຕອນທົດລອງຜະລິດ.

ເຂື່ອນໄຟຟ້ານ້ຳຕົກຕາມສາຍນ້ຳອູເປັນໂຄງການເຂື່ອນໄຟຟ້ານ້ຳຕົກແບບຂັ້ນໄດທົ່ວສາຍນ້ຳແຫ່ງທຳອິດທີ່ວິສາຫະກິດຈີນລົງທຶນພັດທະນາຢູ່ຕ່າງປະເທດ. ສຳລັບໂຄງການພັດທະນາເຂື່ອນໄຟຟ້າ ຕາມສາຍນໍ້າອູ ແມ່ນໂຄງການພັດທະນາອຸດສາຫະກໍາໄຟຟ້າທີ່ສໍາຄັນ, ມີລັກສະນະຍຸດທະສາດ ເຊິ່ງປະກອບດ້ວຍ 7 ເຂື່ອນ ໂດຍແມ່ນບໍລິສັດ Power China ຈາກ ສ.ປ ຈີນ ເປັນຄູ່ຮ່ວມພັດທະນາ ກັບລັດຖະບານ ສປປ ລາວ.

ພິທີສະເຫຼີມສະຫຼອງຜົນສໍາເລັດການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຕົກທັງໝົດ 7 ເຂື່ອນຕາມສາຍນໍ້າອູດ້ວຍຮູບແບບທັງອອນລາຍ ແລະ ອັອຟລາຍ ຈັດຂຶ້ນຫຼາຍແຫ່ງພ້ອມກັນ ໃນວັນທີ 28 ກັນຍາ 2021 ຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວໆ ຫຼວງພະບາງ, ທ່ານ ຄຳຜອຍ ວັນນະສານ, ເຈົ້າແຂວງຜົ້ງສາລີ, ມີຫົວໜ້າກົງສູນໃຫຍ່ ສປ. ຈີນ ປະຈໍານະຄອນຫຼວງພະບາງ, ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ PowerChina, ປະທານ ບໍລິສັດພາວເວີໄຊນາຣີສອສ໌ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ.

ຂໍ້ມູນຈາກ: ໜັງສືພິມ ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...