spot_img
Homeຂ່າວຕ່າງປະເທດເກົາຫຼີໃຕ້ ແລະ ອາເມຣິກາ ທົດສອບຍິງລູກສອນໄຟພາຍຫຼັງເກົາຫຼີເໜືອຍິງລູກສອນໄຟຂ້າມຍີ່ປຸ່ນ

ເກົາຫຼີໃຕ້ ແລະ ອາເມຣິກາ ທົດສອບຍິງລູກສອນໄຟພາຍຫຼັງເກົາຫຼີເໜືອຍິງລູກສອນໄຟຂ້າມຍີ່ປຸ່ນ

Published on

ກອງທັບເກົາຫຼີໃຕ້ ແລະ ອາເມຣິກາ ເປີດສາກຍິງລູກສອນໄຟຈຳນວນ 4 ລູກ ໄປຕົກຢູ່ພື້ນບໍລິເວນທະເລຕະເວັນອອກ ພາຍຫຼັງເກົາຫຼີເໜືອຍິງລູກສອນໄຟຂ້າມຍີ່ປຸ່ນ.

ສຳນັກຂ່າວ The Korea Herald ໄດ້ລາຍງານວ່າ: ວັນທີ 5 ຕຸລາ ກອງທັບເກົາຫຼີໃຕ້ ແລະ ສະຫະລັດອາເມຣິກາ ໄດ້ທົດສອບຍິງລູກສອນໄຟຈາກພື້ນສູ່ພື້ນ (surface-to-surface missiles) ຈຳນວນ 4 ລູກ ໄປຕົກຢູ່ເປົ້າໝາຍຈຳລອງບໍລິເວນທະເລຕະເວັນອອກ.

ລາຍງານຂ່າວລະບຸວ່າ ການທົດສອບຍິງລູກສອນໄຟຂອງເກົາຫຼີໃຕ້ ແລະ ສະຫະລັດອາເມຣິກາ ໃນຄັ້ງນີ້ ເປັນການທົດສອບລະບົບລູກສອນໄຟທາງຍຸດທະວິທີຂອງກອງທັບບົກ  (Army Tactical Missile Systems) ຈຳນວນຝ່າຍລະ 2 ລູກ ເຊິ່ງເປັນສ່ວນໜຶ່ງຂອງການປະຕິບັດການຊ້ອມຮົບ ເພື່ອທົດສອບຄວາມສາມາດຂອງກອງທັບເກົາຫຼີໃຕ້ ແລະ ສະຫະລັດອາເມຣິກາໃນການຕອບໂຕ້ການຄຸກຄາມ.

ການປະຕິບັດການໃນເທື່ອນີ້ ກໍສ້າງຄວາມຕົກໃຈແກ່ປະຊາຊົນເກົາຫຼີໃຕ້ຈຳນວນຫຼາຍແລ້ວຄິດວ່າການທົດສອບລູກສອນໄຟໃນຄັ້ງນີ້ເປັນການໂຈມຕີຂອງເກົາຫຼີເໜືອ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...