spot_img
Homeຂ່າວຕ່າງປະເທດເກີດເຫດລະເບີດລົດລູກສາວຂອງຄົນໃກ້ຊິດກັບທ່ານປູຕິນຜູ້ນຳເສຍຊີວິດ

ເກີດເຫດລະເບີດລົດລູກສາວຂອງຄົນໃກ້ຊິດກັບທ່ານປູຕິນຜູ້ນຳເສຍຊີວິດ

Published on

ລູກສາວຂອງ ອາເລັກຊານເດີ ດູກິນ ນັກປັດຊະຍາຜູ້ມີແນວຄິດຊາດນິຍົມ ແລະ ເປັນຄົນໃກ້ຊິດກັບ ທ່ານ ວະລາດີເມຍ ປູຕິນ  ປະທານາທິບໍດີຂອງຣັດເຊຍ ນາງໄດ້ເສຍຊີວິດຈາກເຫດລົດລະເບີດທີ່ຫົນທາງຫຼວງນອກກຸງມອສໂກ ໃນຕອນແລງວັນເສົາ.

ວັນທີ 21 ສິງຫາ 2022 ສຳນັກຂ່າວທາງການຂອງຣັດເຊຍ ໄດ້ລາຍງານວ່າ ນາງ ດາຢາ ດູກິນາ ລູກສາວຂອງ ອາເລັກຊານເດີ ດູກິນ ນັກປັດຊະຍາຜູ້ມີແນວຄິດຊາດນິຍົມ ແລະ ເປັນຄົນໃກ້ຊິດ ສະນິດກັບ ທ່ານ ວະລາດີເມຍ ປູຕິນ  ປະທານາທິບໍດີຂອງຣັດເຊຍ ນາງໄດ້ເສຍຊີວິດຈາກເຫດ ລົດລະເບີດ ໃນລະຫວ່າງການຂັບລົດກັບບ້ານ ທີ່ຫົນທາງຫຼວງນອກກຸງມອສໂກ ໃນຕອນແລງວັນເສົາ ທີ່ 20 ສິງຫາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ.

ທາງການຣັດເຊຍໄດ້ລາຍງານວ່າ ຜູ້ກໍ່ເຫດອາດຈະຕັ້ງໃຈຂ້າ ອາເລັກຊານເດີ ດູກິນ ຜູ້ເປັນພໍ່ຫຼາຍກ່ອນທີ່ຈະຂ້າລູກສາວ ໂດຍທາງຄອບຄົວໄດ້ເປີດເຜີຍວ່າ ລູກສາວໄດ້ຂໍຢືມລົດຂອງພໍ່ກັບບ້ານ ລະຫວ່າງມາຮ່ວມງານທີ່ຜູ້ເປັນພໍ່ໄດ້ຮັບເຊີນມາບັນລະຍາຍ, ອາເລັກຊານເດີ ດູກິນ ເປັນຜູ້ທີ່ສະໜັບສະໜູນຢ່າງແຮງກ້າຕໍ່ການຮຸກຮານໃນຢູເຄຣນຂອງຣັດເຊຍ.

ນາງ ດາຢາ ດູກິນາ ມີອາຊີບເປັນສື່ຂ່າວ ແລະ ລາວເອງກໍ່ມີແນວຄິດທີ່ສະໜັບສະໜູນການຮຸກຮານຢູເຄຣນ ຂອງຣັດເຊຍຄືກັນກັບພໍ່ຂອງລາວ ເຊິ່ງໃນເດືອນກໍລະກົດທີ່ຜ່ານມາ ລັດຖະບານໄດ້ລະບຸຊື່ຂອງລາວ ເປັນໜຶ່ງໃນບຸກຄົນຣັດເຊຍທີ່ຖືກຂວ້ຳບາດ ຍ້ອນວ່າລາວເຜິຍແຜ່ຂໍ້ມູນອອນລາຍທີ່ບໍ່ມີມູນຄວາມຈິງຕໍ່ຢູເຄຣນ.

ສ່ວນ ອາເລັກຊານເດີ ດູກິນ ອາຍຸ 60​ປີ ເປັນຮັບສາຍາວ່າ ເປັນມັນສະໝອງໃຫ້ກັບປູຕິນ ແລະ ລາວກໍ່ແມ່ນນັກວິຊາການຜູ້ທີ່ມີແນວຄິດຊາດນິຍົມ.

ປັດຈຸບັນ ຍັງບໍ່ມີຝ່າຍໃດອອກມາເວົ້າວ່າເປັນຝີມືຂອງຕົນເອງ ແລະ ທີ່ປຶກສາປະທານາທິບໍດີຢູເຄຣນ ໄດ້ປະຕິເສດເຫດລະເບີດຄັ້ງນີ້ ຢູເຄຣນບໍ່ໄດ້ກ່ຽວຂ້ອງແຕ່ຢ່າງໃດ ຍ້ອນວ່າຢູເຄຣນບໍ່ແມ່ນອາຊະຍາກອນ.

 

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...