spot_img
Homeຂ່າວຕ່າງປະເທດເກີດເຫດລະເບີດຢ່າງຮຸນແຮງໃນຖານທັບຣັດເຊຍ

ເກີດເຫດລະເບີດຢ່າງຮຸນແຮງໃນຖານທັບຣັດເຊຍ

Published on

ເກີດເຫດລະເບີດທີ່ສາງອາວຸດຂອງກອງທັບໃນໄຄເມຍ ຣັດເຊຍໃນວັນອັງຄານທີ່ຜ່ານມານີ້.

 

ວັນທີ 16 ສິງຫາ 2022 ສຳນັກຂ່າວ ABC Australia ໄດ້ລາຍງານວ່າ: ເກີດເຫດລະເບີດທີ່ສາງເກັບອາວຸດຂອງກອງທັບ ທີ່ບ້ານໄມສໂຄເຢ ໃນເຂດໄຄເມຍ ທີ່ຖືກຣັດເຊຍຍຶດຄອງ ໃນວັນອັງຄານ ທີ 16 ສິງຫາ ເປັນເຫດໃຫ້ມີຜູ້ໄດ້ຮັບບາດເຈັບ 2 ຄົນ ແລະ ນີ້ແມ່ນເຫດລະເບີດເທື່ອທີ 2 ແລ້ວທີ່ເກີດພາຍໃນອາທິດດຽວ.

ກະຊວງປ້ອງກັນປະເທດຂອງຣັດເຊຍ ກ່າວໂທດວ່າເຫດລະເບີດນີ້ເປັນການໂຈມຕີ ໂດຍລ່າສຸດເກີດຂຶ້ນໃນຕອນເຊົ້າວັນອັງຄານຕາມເວລາທ້ອງຖິ່ນ ມັນສ້າງຄວາມເສຍຫາຍແກ່ສິ່ງປຸກສ້າງ ແລະ ຕ້ອງອົບພະຍົບປະຊາຊົນທີ່ອາໄສຢູ່ໃກ້ຄຽງ ປະມານ 2.000 ຄົນ ໄປຢູ່ບ່ອນປອດໄພ.

ທາງດ້ານຢູເຄຣນ ກໍ່ບໍ່ວ່າຕົນເອງເປັນຜູ້ກະທຳໃນເຫດລະເບີດເທື່ອນີ້ແຕ່ຢ່າງໃດ.

ທັ້ງນີ້ ໃນອາທິດແລ້ວນີ້ກໍມີເຫດລະເບີດຫຼາຍຄັ້ງ ທີ່ຖານທັບອາກາດຣັດເຊຍໃນເມືອງ ໂນໂວເຟໂດຣິຟກາ ບໍລິເວນແຄມທະເລຕະເວັນຕົກຂອງໄຄເມຍ ເຮັດໃຫ້ໂຄງສ້າງພື້ນຖານ ແລະ ເຮືອບິນເສຍຫາຍຢ່າງໜ້ອຍ 8 ລຳ.

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...