spot_img
Homeຂ່າວພາຍ​ໃນຮືຮາ ພົບກ້ອນແຮ່ຄຳຂະໜາດໃຫຍ່ ທີ່ເມືອງພູວົງ ແຂວງອັດຕະປື

ຮືຮາ ພົບກ້ອນແຮ່ຄຳຂະໜາດໃຫຍ່ ທີ່ເມືອງພູວົງ ແຂວງອັດຕະປື

Published on

ມື້ນີ້  5 ສິງຫາ 2014 ໄດ້ເກີດຂ່າວຮືຮາໄປທົ່ວສັງຄົມອອນລາຍນ໌ ເມື່ອມີການເຜີຍແຜ່ຮູບພາບ ກ້ອນແຮ່ທາດທີ່ມີລັກສະນະເປັນຫິນເພັດທີ່ສວຍງາມ ທີ່ມີຮູບໂລຫະຄ້າຍຄືຄຳຕິດຢູ່ ແລະມີຈຳນວນຫຼາຍກ້ອນທີ່ແຕກຕ່າງກັນ ທີ່ເມືອງພູວົງ ແຂວງອັດຕະປື.

ທີມຂ່າວ ລາວໂພສຕ໌ ໄດ້ພະຍາຍາມຕິດຕໍ່ໄປຍັງເມືອງພູວົງ ແຂວງທີ່ເມືອງພູວົງ ແຂວງອັດຕະປື ທີ່ເປັນພະນັກງານທ່ານໜຶ່ງ ແຕ່ຜູ້ກ່ຽວບໍ່ປະສົງອອກນາມ. ຜູ້ກ່ຽວໄດ້ໃຫ້ຂໍ້ມູນຕື່ມວ່າ ຄວາມຈິງແລ້ວກ້ອນແຮ່ທີ່ເຫັນໃນຮູບນັ້ນແມ່ນໄດ້ພົບເຫັນເປັນເວລາເກືອບ 2 ເດືອນແລ້ວ ແຕ່ບໍ່ເປັນຂ່າວ ເຊິ່ງການພົບເຫັນດັ່ງກ່າວແມ່ນພົບຈາກການດູດຫິນຂອງບໍລິສັດຂຸດຄົ້ນຫິນເພື່ອວຽກງານກໍ່ສ້າງ.

ຫຼັງຈາກພົບເຫັນຄືດັ່ງກ່າວແລ້ວ ເຈົ້າໜ້າທີ່ຂັ້ນເທິງກໍໄດ້ລົງໄປສະກັດກັ້ນບໍ່ໃຫ້ໃຜສາມາດລັກລອບຂຸດຄົ້ນຕໍ່ໄປອີກ. ໃນຂະນະທີ່ມີຂ່າວວ່າມີກຸ່ມນາຍທຶນທັງລາວຈາກນະຄອນຫຼວງວຽງຈັນ ແລະປະເທດຄຽງ ພະຍາຍາມວິ່ງເຕັ້ນເພື່ອຂໍສຳປະທານຂຸດຄົ້ນແຮ່ໃນເຂດດັ່ງກ່າວ ແຕ່ທາງແຂວງອັດຕະປື ກໍຄືລັດຖະບານບໍ່ທັນຕົກລົງອະນຸຍາດເທື່ອ.

ລາຍລະອຽດຕື່ມນັ້ນ ທີມຂ່າວເຮົາຈະຕິດຕາມຂ່າວມາລາຍງານຕື່ມອີກ…

1604489_547785708660288_4911626345087397919_n 10527429_547785695326956_3088115793873062774_n 10579999_547785678660291_536377073434456884_n

10580098_329547243867401_1571652981885373027_n 10559655_329547310534061_8504665137223767222_n 10527802_329547280534064_5275887823519835362_n 10462886_329547330534059_8563303549808527079_n 10386755_329547260534066_5344208910170307836_n

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...