ອົດສະຕຣາລີສະໜັບສະໜູນການເຂົ້າເຖິງວັກຊີນໂຄວິດ-19 ທີ່ປອດໄພ ຢູ່ໃນ ສປປ ລາວ

ລັດຖະບານອົດສະຕຣາລີ ໄດ້ປະກາດທຶນການຊ່ວຍເຫຼືອ ກ່ຽວກັບການເຂົ້າເຖິງວັກຊີນທີ່ປອດໄພ ເປັນຈໍານວນເງິນ 500 ລ້ານໂດລາອົດສະຕຣາລີ ໃຫ້ແກ່ພາກພື້ນອາຊີອາເວັນອອກສຽງໃຕ້ ແລະ ອາຊີປາຊີຟິກ ຜ່ານສູນຮັບປະກັນຄວາມປອດໄພດ້ານສຸຂະພາບ.

ໜັງສືພິມວຽງຈັນທາມ ລາຍງານວ່າ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ທັງເປັນ ລັດຖະມົນຕີກະຊວງແມ່ຍິງ, ທ່ານ ເມຣີ ເພັນ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ປະເທດທີ່ຢູ່ໃນພາກພື້ນຂອງພວກເຮົາບໍ່ມີບຸລິມະສິດສູງ ໃນການເຂົ້າເຖິງການສັກຢາວັກຊີນຕ້ານ ໂຄວິດ-19. ການແຈກຢາຍວັກຊີນໄວ ແລະ ປອດໄພໃນພາກພື້ນປາຊີຟິກ ແລະອາຊີຕາເວັນອອກສຽງໃຕ້ ໝາຍເຖິງພວກເຮົາສາມາດກັບຄືນສູ່ສະພາບການເດີນທາງແບບປົກກະຕິ, ການທ່ອງທ່ຽວ ແລະ ການຄ້າກັບປະເທດຄູ່ຄ້າທີ່ ສຳຄັນຂອງພວກເຮົາໃນພາກພື້ນໄດ້, ຂໍ້ລິເລີ່ມນີ້ຈະເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຕອບສະໜອງ ຄວາມຕ້ອງ ການວັກຊີນ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ໂຄງການນີ້ຈະປະກອບມີການຈັດຊື້ ແລະ ການແຈກຢາຍຢາວັກຊີນ, ລວມໄປເຖິງການປະເມີນຄວາມປອດໄພ ແລະ ປະສິດທິພາບຂອງຢາ ແລະ ການສະໜັບສະໜູນ ດ້ານເຕັກນິກ ສຳລັບ ເພື່ອສະໜັບ ສະໜູນນະໂຍບາຍ ແລະ ການວາງແຜນການສ້າງພູມຕ້ານທານໃນອະນາຄົດ.

ເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ ທ່ານ ຊ໋ອງ-ເບີນາດ ຄາຣາດສະໂກ ໄດ້ກ່າວກ່ຽວ ກັບການໃຫ້ທຶນຂອງລັດຖະບານອົດສະຕຣາລີໃນຄັ້ງນີ້ວ່າ:  ນີ້ແມ່ນການຊ່ວຍເຫຼືອທີ່ ສຳຄັນ ຂອງລັດຖະບານອົດສະຕຣາລີ ທີ່ຈະສືບຕໍ່ຈາກການປະກອບສ່ວນຂອງພວກເຮົາ ດ້ານວຽກງານ ຕ້ານການລະບາດຂອງ ໂຄວິດ – 19 ໃນໄລຍະຜ່ານມາ. ມັນແມ່ນນະໂຍບາຍທັງໝົດ ຂອງພວກເຮົາທີ່ຈະເຫັນພາກພື້ນອິນໂດ – ປາຊີຟິກ ໃຫ້ສາມາດເຂົ້າເຖິງວັກຊີນທີ່ໄດ້ຮັບການອະນຸມັດຈາກ ອົງການອະນາໄມໂລກ ທີ່ປອດໄພແລະມີປະສິດທິຜົນ. ຂໍ້ລິເລີ່ມດັ່ງກ່າວສະແດງໃຫ້ເຫັນເຖິງມິດຕະພາບແລະຄວາມມຸ້ງໝັ້ນ ຂອງອົດສະຕຣາລີ ເພື່ອສ້າງໃຫ້ເກີດ ຜົນໄດ້ຮັບດ້ານບວກທາງເສດຖະກິດ – ສັງຄົມ ແລະ ການຟື້ນຟູຄວາມເຂັ້ມແຂງດ້ານສຸຂະພາບໃນ ສປປ ລາວ.

ການປະກາດໃຫ່ມນີ້ ເຮັດໃຫ້ ອົດສະຕຣາລີ ເພີ່ມງົບປະມານ ອີກ 80 ລ້ານໂດລາອົດສະຕຣາລີ ເຂົ້າໃນຄຳໝັ້ນສັນຍາລ່ວງໜ້າ ຕໍ່ແຜນງານ ຂອງໂຄງການ COVAX Facility Advance Market Commitment, ເຊິ່ງໄດ້ຖືກອອກແບບມາເພື່ອຊ່ວຍໃຫ້ປະເທດທີ່ກຳລັງພັດທະນາສາມາດເຂົ້າເຖິງຢາວັກຊິນ ໂຄວິດ-19 ເພື່ອຕອບສະໜອງ ຄວາມຕ້ອງການຂອງປະຊາກອນທີ່ມີຄວາມສ່ຽງສູງສຸດ. ອົດສະຕຣາລີຈະສະໜັບສະໜູນ ການເຂົ້າເຖິງການສັກຢາວັກຊີນຕ້ານ ໂຄວິດ-19 ແບບເທົ່າທຽມ ປອດໄພແລະ ມີປະສິດທິພາບ ໃນ ສປປ ລາວ ໂດຍຜ່ານແຜນງານລິເລີ່ມຫຼາຍຝ່າຍ ແລະ ພາກພື້ນ ດ້ານການເງິນ, ການປະເມີນ, ການແຈກຢາຍ ແລະ ຕິດຕາມວັກໍຊິນໂຄວິດ -19.

ການສະໜັບສະໜູນ ດ້ານການສັກຢາວັກຊີນ ແມ່ນນອກເໜືອຈາກການຊ່ວຍເຫຼືອດ້ານການພັດທະ ນາຢ່າງຕໍ່ເນື່ອງຂອງອົດສະຕຣາລີ ຢູ່ໃນ ສປປ ລາວ ດ້ານການຟື້ນຟູເສດຖະກິດຫຼັງສະພາບ ໂຄວິດ-19 ຈຸດປະສົງຫຼັກຂອງ ອົດສະຕຣາລີ ແມ່ນ ມີມຸ້ງໜັ້ນສະໜັບສະໜູນ ສປປ ລາວ ໃຫ້ເຂົ້າເຖິງ ວັກຊີນໄດ້ສະດວກ ບໍ່ແພງ ແລະປອດໄພ.

ຮຽບຮຽງຂ່າວ: ພຸດສະດີ