spot_img
Homeຂ່າວພາຍ​ໃນອົງການປົກຄອງ ນ.ວ ມອບເງິນຊ່ວຍເຫລືອເບື້ອງຕົ້ນ ຄອບຄົວຜູ້ສູນເສຍເຫດເຮືອຫລົ້ມ ຄອບຄົວລະ 35 ລ້ານກີບ!

ອົງການປົກຄອງ ນ.ວ ມອບເງິນຊ່ວຍເຫລືອເບື້ອງຕົ້ນ ຄອບຄົວຜູ້ສູນເສຍເຫດເຮືອຫລົ້ມ ຄອບຄົວລະ 35 ລ້ານກີບ!

Published on

support money

ໃນ​ວັນ​ທີ 4 ມິຖຸນາ​ນີ້ ຢູ່​ບ້ານ​ນາ​ບົງ-ທ່າ​ກົກ​ໄຮ ທ່ານ ສາຍທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງນະຄອນຫຼວງ​ວຽງ​ຈັນ ພ້ອມ​ຄະນະ ໄດ້​ມອບ​ເງິນ​ຈຳນວນ 350 ລ້ານ​ກີບ ທີ່​ໄດ້​ມາ​ຈາກ​ພາກ​ລັດ ເອກະ​ຊົນ ແລະ ພໍ່​ແມ່​ປະຊາຊົນ​ທີ່​ມີ​ນ້ຳໃຈ ໃຫ້​ຄອບຄົວ​ຂອງ​ເດັກ​ຜູ້​ເສຍ​ຊີວິດ ແລະ ສູນຫາຍ ຈຳນວນ 10 ຄອບຄົວ ຄອບຄົວ​ລະ 35 ລ້ານ​ກີບ ເພື່ອ​ເປັນ​ການ​ຊ່ວຍເຫຼືອ​ໃນ​ເບື້ອງ​ຕົ້ນ.

ທ່ານ ສາຍທອງ ແກ້ວ​ດວງ​ດີ ກ່າວ​ວ່າ: ປັດຈຸບັນ ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ ແມ່ນ​ຈະ​ໄດ້​ທຳ​ການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳ​ງື່ມ ລະຫວ່າງບ້ານ​ນາ​ບົງ-ບ້ານ​ທ່າ​ກົກ​ໄຮ ໂດຍ​ຈະ​ມີ​ຜູ້​ຊ່ຽວຊານ​ລົງ​ສຳ​ຫຼວດ​ພື້ນ​ທີ່ ​ໃນ​ການ​ກໍ່ສ້າງ​ໃນ​ອາທິດ​ທີ່​ຈະ​ມາ​ເຖິງ​ນີ້ ໂດຍ​ແມ່ນ​ການ​ຊ່ວຍເຫຼືອ​ລ້າ​ຈາກ​ທ່ານ ໂຊກ​ໄຊ ວົງ​ມະ​ນາ​ສິດ ປະທານ​ບໍລິສັດ ລາວ​ເວີນວິສະວະກຳ​ກໍ່ສ້າງ ​ຈຳກັດ ໃນ​ມູນ​ຄ່າ 150 ຕື້​ກວ່າ​ກີບ ພ້ອມ​ກັນ​ນັ້ນ ລັດຖະບານ​ກໍ່​ຍັງ​ໄດ້​ອະນຸມັດ​ໃຫ້​ສ້າງ​ທາງ​ປູຢາງ​ແຕ່​ທາງ​ເຂົ້າ (ເຂດ​ຫຼັກ 40) ໄປ​ຈົນ​ເຖິງ​ຂົວ​ດັ່ງກ່າວ.

ມາ​ເຖິງ​ປັດຈຸບັນ ​ການ​ຄົ້ນ​ຫາ​ນ້ອງ​ນັກຮຽນ​ຜູ້​ສູນຫາຍ​ທັງ​ສາມ​ລາຍ​ທີ່​ຍັງ​ເຫຼືອ ຄື: ນາງ ປູ​ນາ ທ້າວ ແສງຈັນ ນັກຮຽນ​ບ້ານ​ຫົວ​ນາ​ທົ່ງ ແລະ ນາງ ລັດສະໝີ ນັກຮຽນ​ບ້ານ​ໂພນ​ຂາມ ແມ່ນ​ທາງ​ເມືອງ​ຍັງ​ສືບຕໍ່ປະສານ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ບ້ານ ແລະ ປະຊາຊົນ​ໃນ​ບ້ານ​ຢູ່​ລຽບ​ຕາມ​ແຄມ​ງື່ມ​ໃນ​ເຂດເມືອງ​ຂອງ​ຕົນ ​ສືບຕໍ່​ຄົ້ນ​ຫາ ແລະ ຕິດຕາມ​ຢ່າງ​ຕໍ່​ເນື່ອງ ຈົນ​ກວ່າ​ຈະ​ພົບ​ສົບ​ຂອງ​ບັນດາ​ນ້ອງ​ດັ່ງກ່າວ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...