spot_img
Homeຂ່າວຕ່າງປະເທດອິນເດຍຈັບກຸ່ມຄົນບໍ່ຫວັງດີ ລັກລອບສັກວັກຊີນປອມໃຫ້ກັບປະຊາຊົນ !!

ອິນເດຍຈັບກຸ່ມຄົນບໍ່ຫວັງດີ ລັກລອບສັກວັກຊີນປອມໃຫ້ກັບປະຊາຊົນ !!

Published on

ໃນວັນທີ 26 ມິຖຸນາ 2021 ສໍານັກຂ່າວຕ່າງປະເທດໄດ້ລາຍງານວ່າ: ຕໍາຫຼວດຂອງປະເທດອິນເດຍໄດ້ເຂົ້າຈັບກຸ່ມຜູ້ຕ້ອງສົງໄສປະມານ 10 ຄົນ ແລະ ໃນ 10 ຄົນນີ້ມີ 2 ຄົນທີ່ເປັນແພດປະຈໍາຢູ່ໂຮງໝໍເອກະຊົນ ໂດຍທັງ 10 ຄົນແມ່ນຖືກຈັບກຸມໃນກໍລະນີທີ່ມີການພົວພັນກັບການສັກວັກຊີນປ້ອງກັນໂຄວິດ-19 ປອມໃຫ້ກັບປະຊາຊົນຫຼາຍກວ່າ 2,000 ຄົນໃນນະຄອນມຸມໄບ.

ທາງດ້ານເຈົ້າໜ້າທີ່ໄດ້ເປີດເຜີຍວ່າ: ວັກຊີນປອມທີ່ຖືກສົ່ງໄປຍັງສູນບໍລິການການສັກວັກຊີນ 9 ແຫ່ງໃນນະຄອນມຸມໄບ ແລະ ໄດ້ສັກໃຫ້ປະຊາຊົນປະມານ 2,000 ຄົນນັ້ນເປັນພຽງນໍ້າເກືອ.

ສ່ວນທາງດ້ານຕໍາຫຼວດໃນເມືອງໂກກາຕາໄດ້ລະບຸວ່າ: ອາດຈະມີປະຊາຊົນຫຼາຍກວ່າ 500 ຄົນ ລວມໄປເຖິງຄົນພິການອີກຈໍານວນຫຼາຍທີ່ໄດ້ຮັບການສັກວັກຊີນປອມ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...