spot_img
Homeຂ່າວຕ່າງປະເທດອາເມລິກາມີຜູ້ເສຍຊີວິດຈາກ ເຊື້ອໂຄວິດ-19 ຫຼາຍກວ່າ 3,000 ຄົນ

ອາເມລິກາມີຜູ້ເສຍຊີວິດຈາກ ເຊື້ອໂຄວິດ-19 ຫຼາຍກວ່າ 3,000 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 30 ມີນາວ່າ ສູນວິໄຈຂອງມະຫາວິທະຍາໄລ ຈອນ ຮອປກິນສ໌ ລາຍງານສະຖານະການເຊື້ອໄວຣັດໂຄວິດ-19 ໃນອາເມລິກາວ່າ ມີຜູ້ເສຍຊີວິດເພີ່ມເປັນ 3,008 ຄົນ ຈາກຈຳນວນຜູ້ປ່ວຍສະສົມ 163,429 ຄົນ ເພີ່ມຂຶ້ນຫຼາຍກວ່າ 500 ຄົນພາຍໃນມື້ດຽວ ແລະ ຜູ້ໄດ້ຮັບການຮັກສາຫາຍແລ້ວ 5,764 ຄົນ ອາເມລິກາໄດ້ມີການຢືນຢັນວ່າພົບຜູ້ປ່ວຍໂຄວິດ-19ຄົນທຳອິດເມື່ອວັນທີ 20 ມັງກອນ ແລະ ຜູ້ປ່ວຍເສຍຊີວິດຄົນທຳອິດເມື່ອວັນທີ 29 ກຸມພາທີ່ຜ່ານມາ.

ລັດນິວຢອກຍັງເປັນພື້ນທີ່ວິກິດທີ່ສຸດ ໂດຍມີຜູ້ເສຍຊີວິດຢ່າງໜ້ອຍ 1,342 ຄົນ ຈາກຈຳນວນຜູ້ຕິດເຊື້ອສະສົມ 67,325 ຄົນ.

ມີລາຍງານວ່າ ແພດໝໍ ແລະ ເຈົ້າໜ້າທີ່ສາທາລະນະສຸກທີ່ກະສຽນໄປແລ້ວຫຼາຍກວ່າ 800,000 ຄົນ ລົງທະບຽນເປັນອາສາສະໝັກໃຫ້ກັບລັດນິວຢອກແລ້ວ ແລະ ເຮືອພະຍາບານກອງທັບອາເມລິກາ ເຂົ້າທຽບທ່າທີ່ນະຄອນນິວຢອກ ພ້ອມບຸກຄະລາກອນການແພດທະຫານ ແລະ ຕຽງຄົນໄຂ້ສູງສຸດ 1,000ຕຽງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...