spot_img
Homeຂ່າວຕ່າງປະເທດອາຊຽນອາດຈະບໍ່ເຊີນຜູ້ນຳຜະເດັດການມຽນມາເຂົ້າຮ່ວມກອງປະຊຸມສຸດຍອດ

ອາຊຽນອາດຈະບໍ່ເຊີນຜູ້ນຳຜະເດັດການມຽນມາເຂົ້າຮ່ວມກອງປະຊຸມສຸດຍອດ

Published on

ສຳນັກຂ່າວ Reuters ລາຍງານ: ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້ກຳລັງປຶກສາກັນກ່ຽວກັບການທີ່ຈະບໍ່ເຊີນຜູ້ນຳຜະເດັດການທະຫານມຽນມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນທີ່ຈະຈັດຂຶ້ນໃນທ້າຍເດືອນນີ້ ເນື່ອງຈາກຂາດການລາຍງານຄວາມຄືບໜ້າກ່ຽວກັບແຜນງານກ່ຽວກັບການຟື້ນຟູສັນຕິພາບພາຍໃນມຽນມາຕາມທີ່ເຄີຍຕົກລົງກັນກ່ອນໜ້ານີ້.

ທ່ານ ເອຣີວານ ຢູຊອຟ, ທູດພິເສດຂອງກຸ່ມປະຊາຊາດປະຈຳມຽນມາກ່າວວ່າ: ການປະຕິບັດແຜນງານຫ້າປະການຕາມທີ່ໄດ້ຕົກລົງກັນລະຫວ່າງລັດຖະບານທະຫານມຽນມາກັບສະມາຄົມອາຊຽນ ໃນເດືອນເມສາຜ່ານມານັ້ນ ມາຮອດປັດຈຸບັນກໍຍັງບໍ່ມີຄວາມຄືບໜ້າໃດໆ ຍ້ອນແນວນັ້ນເອງຈິ່ງເປັນຜົນໃຫ້ຫຼາຍປະເທດໃນອາຊຽນ ຫາລືກັນອີກຄັ້ງກ່ຽວກັບການທີ່ຈະບໍ່ເຊີນລັດຖະບານຂອງມຽນມາເຂົ້າຮ່ວມກອງປະຊຸມສຸດຍອດທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ຕຸລາ.

ມຽນມາຕົກຢູ່ໃນຄວາມສັບສົນວຸ້ນວາຍນັບແຕ່ເກີດລັດຖະປະຫານໃນວັນທີ 1 ກຸມພາຜ່ານມາ ນຳໂດຍ ມິນ ອອງລາຍ, ຜູ້ບັນຊາການທະຫານສູງສຸດທີ່ໄດ້ຢຸດຕິລະບອບປະຊາທິປະໄຕເປັນເວລາກວ່າທົດສະວັດ ແລະການກັບມາປົກຄອງປະເທດຂອງກຸ່ມທະຫານຄັ້ງນີ້ ເຮັດໃຫ້ເກີດຄວາມບໍ່ພໍໃຈທັງພາຍໃນ ແລະຕ່າງປະເທດ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...