spot_img
Homeນານາສາລະຫຼິ້ນໂທລະສັບໃນຂະນະທີ່ຝົນຕົກຟ້າຮ້ອງສ່ຽງການຖືກຟ້າຜ່າແທ້ບໍ່

ຫຼິ້ນໂທລະສັບໃນຂະນະທີ່ຝົນຕົກຟ້າຮ້ອງສ່ຽງການຖືກຟ້າຜ່າແທ້ບໍ່

Published on

ຫຼາຍໆຄົນມັກເຊື່ອເລື່ອງຄວາມສ່ຽງການຖືກຟ້າຜ່າ ເມື່ອເຮົາຫຼິ້ນໂທລະສັບໃນເວລາຝົນຕົກຟ້າຮ້ອງ ແຕ່ບາງເທື່ອຂໍ້ມູນທີ່ເຮົາຮັບຮູ້ນັ້ນອາດເປັນຄວາມເຊື່ອທີ່ຜິດ.

ບາງຄົນກໍເດົາວ່າໂທລະສັບມືຖືມີຄວາມສ່ຽງຫຼາຍ ເມື່ອຫຼິ້ນຢູ່ນອກບ້ານ ຫຼື ກາງແຈ້ງ ເພາະຟ້າຈະຜ່າໃສ່ໂລຫະທີ່ຢູ່ໃນໂທລະສັບ ແຕ່ປະລິມານໂລຫະທີ່ຢູ່ໃນໂທລະສັບນັ້ນມີບໍ່ພຽງພໍທີ່ຈະເຮັດໃຫ້ຟ້າຜ່າໄດ້ ແລະ ໂທລະສັບເປັນອຸປະກອນທີ່ໃຊ້ພະລັງງານຕ່ຳ ຈຶ່ງບໍ່ມີຄຸນລັກສະນະໃດທີ່ຈະເຮັດໃຫ້ຟ້າຜ່າໄດ້ເຊັ່ນກັນ.

ອີງຕາມຂໍ້ມູນຂອງຜູ້ຊ່ຽວຊານໃນສະມາຄົມ ໂທລະຄົມມະນາຄົມມືຖືຂອງອົດສະຕຣາລີ ໄດ້ໃຫ້ຮູ້ວ່າ: ໃຜທີ່ຢູ່ທາງນອກ ໂດຍມັກຢູ່ບໍລິເວນພື້ນທີ່ສູງ ພື້ນທີ່ໂລ່ງແຈ້ງ ໃກ້ແມ່ນ້ຳ ໃກ້ກັບໂຄງສ້າງໂລຫະຂະໜາດໃຫຍ່  ແລະ ຕົ້ນໄມ້ ເຊິ່ງບັນດາປັດໄຈເຫຼົ່ານີ້ມີຄວາມສ່ຽງຫຼາຍທີ່ຈະຖືກຟ້າຜ່າຫຼາຍກວ່າ ການຫຼິ້ນໂທລະສັບ.

ການປ້ອງກັນຈາກການຖືກຟ້າຜ່າທີ່ດີທີ່ສຸດ ໃນເວລາມີຝົນຕົກຟ້າຮ້ອງ ກໍຄື ພະຍາຍາມຢູ່ໃນເຮືອນ ຫຼື ອາຄານ ແຕ່ເມື່ອຢູ່ນອກອາຄານ ຄວນຫຼີກລ່ຽງບ່ອນທີ່ມີຄວາມສ່ຽງຫຼາຍເຊັ່ນ ກ້ອງຕົ້ນໄມ້.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...