spot_img
Homeຂ່າວການພັດທະນາຫວຽດນາມ ມອບ​ອຸປະກອນ​ຮັບ​ໃຊ້ ວຽກ​ງານປ້ອງກັນ​ ກອງປະຊຸມ​ສຸດ​ຍອດ​ອາ​ຊຽນ ແກ່ລາວ

ຫວຽດນາມ ມອບ​ອຸປະກອນ​ຮັບ​ໃຊ້ ວຽກ​ງານປ້ອງກັນ​ ກອງປະຊຸມ​ສຸດ​ຍອດ​ອາ​ຊຽນ ແກ່ລາວ

Published on

ພິທີມອບ-ຮັບອຸປະກອນປ້ອງກັນຄວາມສະຫງົບ, ຊຶ່ງເປັນການຊ່ວຍເຫລືອລ້າຂອງ ກະຊວງຕໍາຫລວດ ສສ ຫວຽດນາມ ໃຫ້ແກ່ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ໄດ້ຈັດຂຶ້ນໃນວັນທີ 11 ພືດສະພານີ້, ຢູ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ພົນໂທ ໂຕ ເລີມ ລັດຖະມົນຕີກະຊວງຕໍາຫລວດ ສສ ຫວຽດນາມ ແລະ ທ່ານ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ໂດຍມີເຈົ້າໜ້າທີ່ລະດັບສູງກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ.

ອຸປະກອນດັ່ງກ່າວ ປະກອບມີ: ຄ້ອນຢາງ, ເສື້ອກັນກະສູນ, ເຄນ, ສະໜັບແຂນ-ແຄ່ງ, ເກີບ ແລະ ໝວກກັນກະທົບ ລວມມີມູນຄ່າຫລາຍກວ່າ 600 ລ້ານກີບ, ​ເພື່ອນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກ​ງານ ຂອງກໍາລັງເຈົ້າໜ້າທີ່ເພື່ອປ້ອງກັນ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງ ຄົມ ໃນໄລຍະກະກຽມ ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນທ້າຍປີນີ້ ໃຫ້ມີຜົນສໍາເລັດຈົບງາມ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...