spot_img
Homeຂ່າວຕ່າງປະເທດຫວຽດນາມສັ່ງຊື້ຍົນ ແອບັສ 40 ລຳ

ຫວຽດນາມສັ່ງຊື້ຍົນ ແອບັສ 40 ລຳ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນຍ ປະເທດຫວຽດນາມ ໃນວັນທີ 6 ກັນຍາ 2016 ວ່າ: ປະທານາທິບໍດີ ຝຣັ່ງຊົວອອນລອງ ຜູ້ນຳປະເທດຝຣັ່ງ ແລະ ທ່ານ ເຈິນດາຍກວາງ ປະທານປະເທດຫວຽດນາມ ເປັນສັກຂີພະຍານຮ່ວມກັນໃນການລົງນາມຂໍ້ຕົກລົງລະຫວ່າງບໍລິສັດ “ແອບັສ” ກັບສາຍການບິນຫວຽດນາມ Veit Jet Air ແລະ Jetstar Pacific ໃນການສັ່ງຊື້ເຮືອບິນໂດຍສານຂອງ “ແອບັສ” ທີ່ມີ ມູນຄ່າລວມ 6.500 ລ້ານໂດລາ ຫຼື ປະມານ 52,487,500 ກີບ ໂດຍການລົງນາມເກີດຂຶ້ນທີ່ທຳນຽບປະທານປະເທດໃນນະຄອນຫຼວງຮາໂນຍ ໃນໂອກາດການເດີນທາງຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງຜູ້ນຳຝຣັ່ງ.

Jetstar Pacific CEO Le Hong Ha (R) and Airbus Commercial CEO Fabrice Bregier (L) prepare to exchange signed contracts as France's President Francois Hollande (2nd L) and Vietnam's President Tran Dai Quang (2nd R) applaud during a signing ceremony at the Presidential Palace in Hanoi on September 6, 2016. Hollande is in France's former colony Vietnam to meet political and business leaders in a bid to boost ties with one of southeast Asia's fastest growing economies. / AFP PHOTO / POOL / KHAM

ລາຍງານຂອງ “ແອບັສ” ບໍ່ໄດ້ເປີດເຜີຍ ມູນຄ່າທີ່ຊັດເຈນໃນຂໍ້ຕົກລົງຮ່ວມກັບສອງສາຍການບິນ,ແຕ່ລະບຸວ່າ: Veit Jet Air  ສັ່ງຊື້ເຮືອບິນ ລຸ້ນ A 321 ຈຳນວນ 20 ລໍາ . ສ່ວນ Vietnam Airlines ເຊິ່ງເປັນຫຸ້ນສ່ວນຂອງ Jetstar Pacific 70% ສັ່ງຊື້ 20 ລໍາ. ໃນຈໍານວນນີ້ເປັນເຮືອບິນລຸ້ນຫຼ້າສຸດຄື: A350 ຈຳນວນ 10 ລຳ. ຂ່າວໃຫ້ຮູ້ຕື່ມວ່າ: Veit Jet Air ໄດ້ສັ່ງຊື້ເຮືອບິນໂດຍສານ 100 ລໍາຈາກ ບໍລິສັດ “ໂບອິງ” ໃນລະຫວ່າງການເດີນທາງຢ້ຽມຢາມຄັ້ງປະຫວັດສາດຂອງປະທານາທິບໍດີ ບາຣັກ ໂອບາມາ ໃນເດືອນ ພຶດສະພາ ທີ່ຜ່ານມາ ເຊິ່ງຖືເປັນຂໍ້ຕົກລົງຊື້ເຮືອບິນການຄ້າມູນຄ່າສູງສຸດໃນປະຫວັດສາດຂອງຫວຽດນາມ ມູນຄ່າ 11.300 ລ້ານໂດລາ (ປະມານ 91,247,500 ກີບ)

news_XaSMtCwSPL113525_533

 

ຂ່າວຈາກ: http://www.dailynews.co.th/foreign/521871
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...