spot_img
Homeຂ່າວພາຍ​ໃນຫລາຍພາກສ່ວນຮີບຮ້ອນຊ່ວຍເຫລືອຜູ້ຖືກຜົນກະທົບໄພນ້ຳຖ້ວມຢູ່ເມືອງແບງ

ຫລາຍພາກສ່ວນຮີບຮ້ອນຊ່ວຍເຫລືອຜູ້ຖືກຜົນກະທົບໄພນ້ຳຖ້ວມຢູ່ເມືອງແບງ

Published on

wed4sep1

ທ່ານ ດວງຕາ ໄຊວຸດ ກຳມະການພັກແຂວງ, ຫົວໜ້າ ຫ້ອງວ່າການປົກຄອງແຂວງ ໄຊຍະບູລີຕາງໜ້າມູນນິທິ ຊ່ວຍເຫຼືອຄົນທຸກຍາກແລະ ຕາງຫນ້າຄອບຄົວການນຳ ແຂວງໄຊຍະບູລີໄດ້ນຳເອົາ ເຄື່ອງນຸ່ງຫົ່ມ ແລະ ເງິນຈຳ ນວນໜຶ່ງ ໄປມອບໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກ ໄພນໍ້າຖ້ວມທີ່ແຂວງອຸດົມ ໄຊ.
ພິທີມອບເຄື່ອງຊ່ວຍເຫຼືອໄດ້ຈັດຂຶ້ນໃນວັນທີ 30 ສິງຫາ ນີ້ຢູ່ທີ່ຫ້ອງວ່າການປົກຄອງ ແຂວງອຸດົມໄຊ ກ່າວມອບ ໂດຍແມ່ນທ່ານ ດວງຕາ ໄຊ ວຸດ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງ ແຂວງໄຊຍະບູລີ ແລະ ກ່າວ ຮັບໂດຍແມ່ນທ່ານ ຄຳແພງ ຈິດຕະວົງ ຮອງເລຂາພັກ ແຂວງຮອງເຈົ້າແຂວງໆອຸດົມ ໄຊ, ເຂົ້າຮ່ວມເປັນສັກຂີພິ ຍານຂອງບັນດາຄອບຄົວ ການນຳຂອງແຂວງໄຊຍະບູລີ ແລະ ພະນັກງານວິຊາການ ປົກຄອງແຂວງອຸດົມໄຊ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີ: ເຄື່ອງນຸ່ງຫົ່ມ 100 ແກັດ ມູນຄ່າ 50 ລ້ານກີບ,ພ້ອມເງິນ 10 ລ້ານກີບ, ຄອບຄົວຂອງ    ທ່ານ ເຈົ້າແຂວງ ໄດ້ລະດົມທຶນ ຈາກນັກທຸລະກິດ ແລະ ຄອບ ຄົວການນຳຂອງແຂວງ ແລະ ຕ່າງແຂວງຈຳນວນ 23 ລ້ານ ກີບມາມອບໃຫ້ແຂວງອຸດົມ ໄຊຕື່ມອີກ.
ຈາກນັ້ນທ່ານຄຳແພງ ຈິດ ຕະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆອຸດົມໄຊກໍ່ ໄດ້ຕາງໜ້າໃຫ້ການນຳຂອງ ແຂວງ ແລະ ພໍ່ແມ່ປະຊາຊົນ ບັນດາເຜົ່າທົ່ວແຂວງອຸດົມ ໄຊສະແດງຄວາມຂອບໃຈ ຄອບຄົວການນຳຂອງແຂວງ ມູນນິທິຊ່ວຍເຫລືອຄົນທຸກ ຍາກ ແລະ ບັນດາຫ້າງຮ້ານ, ນັກທຸລະກິດ, ທີ່ໄດ້ເສຍສະ ຫຼະວັດຖຸເຄື່ອງຂອງ ແລະ ເງິນ ມາມອບໃຫ້ແຂວງອຸດົມໄຊ ເພື່ອໄປມອບໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໄຫລຊຸທັ່ງໃນຄືນວັນທີ 20-21 ສິງຫາຜ່ານມາ.
ຜ່ານມາອຳນາດການປົກ ຄອງແຂວງ ແລະ ພາກສ່ວນ ຕ່າງໆກໍ່ໄດ້ນຳເອົານ້ຳດື່ມ ນ້ຳ ໃຊ້ ແລະ ເຄື່ອງອຸປະໂພກ ບໍລິ ໂພກຈຳນວນຫນ່ຶງໄປແຈກ ຢາຍໃຫ້ປະຊາຊົນທີ່ຖືກເສຍ ຫາຍຈາກນ້ຳຖ້ວມໄຫລຊຸຄັ້ງ ນີ້ຢ່າງຕໍ່ເນື່ອງ ສາມາດຊ່ວຍ ແບ່ງເບົາຄວາມທຸກຍາກໄດ້ ຈຳນວນຫນ່ຶງ, ແຕ່ກໍ່ບໍ່ທັນ ພຽງພໍຖ້າທຽບໃສ່ຄວາມສູນ ເສຍອັນມະຫາສານຈາກໄພ ທຳມະຊາດຄັ້ງນີ້, ເປັນຕົ້ນ ແມ່ນຊີວິດອິນຊີ, ເຮືອນຊານ ເລົ້າເຂົ້າ, ຜົນລະປູກ, ໄຮ່ນາ ຮົ້ວສວນຖືກນ້ຳພັດ ແລະ ຖືກ ທັບຖົມດ້ວຍດິນຊາຍ ແລະ ກ້ອນຫີນນ້ອຍ-ໃຫຍ່, ບໍ່ຮູ້ວ່າ ຈະໃຊ້ເວລາຫລາຍປານໃດ ຈ່ິງຈະຟື້ນຟູສະພາບດ່ັງກ່າວ ຄືນສູ່ປົກກະຕິ

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...