spot_img
Homeນານາສາລະສາເຫດຂອງການຫາວ

ສາເຫດຂອງການຫາວ

Published on

ການຫາວເປັນປະຕິກິລິຍາການຕອບສະໜອງຂອງຮ່າງກາຍ ທີ່ອາດເກີດຂຶ້ນໃນຊ່ວງເວລາທີ່ມີປະລິມານກາກບອນໃນເລືອດຫຼາຍເກີນໄປ ຫຼືສະໝອງມີປະລິມານອອກຊີເຈນໜ້ອຍ ຫຼືຂາດອອກຊີເຈນໄປຊົ່ວຄາວ ມັກຈະເກີດຂຶ້ນເວລາທີ່ເຮົາຢາກນອນ ຫຼືອົດນອນ ເວລາເບື່ອ ແລະຄົນສ່ວນໃຫຍຈະຫາວຕາມເວລາທີ່ເຫັນຄົນອື່ນຫາວ.

ອາການຫວາ ຈະເກີດຂຶ້ນເອງໂດຍຄວບຄຸມບໍ່ໄດ້ເກີດຂຶ້ນຈາກຂະບວນການຂອງຮ່າງກາຍທີ່ຈະຫາຍໃຈເລິກໆ ໃນລັກສະນະພິເສດເກີດຂຶ້ນຈາກການຕອບສະນອງຂອງການປະຕິບັດໜ້າທີ່ຂອງອະໄວຍະວະພາຍໃນ ໃນເວລາຫາຍໃຈເຂົ້ານັ້ນປອດຈະຂະຫຍາຍຕົວອອກກວ້າງກວ່າຂະໜາດຄວບຄຸມຈຸປົກກະຕິແລ້ວສູດອອກຊີເຈນໃນປະລິມານຫຼາຍເຂົ້າໄປ ໃນເວລາຫາຍໃຈອອກນັ້ນປອດຈະຫົດຕົວເຕັມທີ່ ແລ້ວລະບາຍກາກບອນໃນປະລິມານຫຼາຍອອກມາ ຫາກກາກບອນທີ່ຄ້າງໃນຮ່າງກາຍມີປະລິມານຫຼາຍເກີນໄປ ການຫາວກໍຈະເກີດຂຶ້ນຊໍ້າສອງນັ້ນເອງ.

ສາເຫດຂອງການຫາວ

ການເມື່ອຍຈາກກິດຈະກໍາຕ່າງໆມາໝົດມື້ເຮັດໃຫ້ເຮົາຮູ້ສຶກອ່ອນເພຍ ແລະໃນເວລາດຽວກັນກໍມັກຈະຫາວ ຫຼືກໍເກີດອາການເບື່ອໂດຍບໍ່ຮູ້ສຶກຕົວ ເພາະການທີ່ເຮົາເຮັດກິດຈະກິດຕ່າງໆໝົດມື້ນັ້ນ ເຮົາຕ້ອງໃຊ້ພະລັງງານໄປໃນປະລິມານຫຼາຍ ກາກບອນທີ່ເກີດຂຶ້ນນັ້ນຍ່ອມຫຼາຍເປັນເງົາຕາມໂຕ ສະນັ້ນ ເພື່ອໃຫ້ເກີດພາວະສົມດຸນທາງເຄມີ ທີ່ຈິງເຮົາກໍຕ້ອງດູດອອກຊີເຈນປະລິມານຫຼາຍຈຶ່ງຈະສົມເຫດສົມຜົນ ແຕ່ຄວາມຈຸຂອງປອດໃນຮ່າງກາຍເຮົາມີຂະໜາດຈໍາກັດ ການຫາຍໃຈຂອງເຮົາແຕ່ລະຄັ້ງບໍ່ສາມາດທີ່ຈະຖ່າຍກາກບອນໃນຮ່າງກາຍໃຫ້ອອກໝົດ ກາກບອນທີ່ຢູ່ໃນຕົວເຮົາຍ່ອມທັບຖົມຄ້າງໄວ້ອັນເປັນການກະທົບກະເທືອນຕໍ່ການປະຕິບັດໜ້າທີ່ຂອງອະໄວຍະວະພາຍໃນ ເຮັດໃຫ້ເຮັດເກີດຄວາມຮູ້ສຶກອຶດອັດໃນເວລາດຽວກັນນີ້ຮ່າງກາຍກໍຈະຕອບສະໜອງ ດ້ວຍການອ້າປາກຫາວ ເພື່ອເປັນການກະຕຸ້ນໃຫ້ຕົວເອງຕື່ນຕົວ ແລະເພື່ອເປັນການສຸບລົມຫາຍໃຈເພື່ອຮັບອອກຊີເຈນໄດ້ໃນປະລິມານທີ່ຫຼາຍຂຶ້ນ ແລະຂັບແກ໊ສກາກບອນໄດ້ຫຼາຍຂຶ້ນເຊັ່ນກັນ.

ການຫາວເປັນເລື່ອງປົກກະຕິທີ່ເກີດຂຶ້ນໄດ້ກັບທຸກຄົນທຸກເພດທຸກໄວ ແຕ່ມັນຈະເປັນເລື່ອງບໍ່ປົກກະຕິ ຖ້າມັນເກີດຂຶ້ນຕະຫຼອດ ຫຼືເກີດຂຶ້ນຖີ່ຈົນເກີນໄປ ທາງທີ່ດີ ຄວນປຶກສາຜູ້ຮູ້ ຫຼືໄປພົບໝໍ ເພື່ອສຸຂະພາບທີ່ດີຂອງຕົນເອງກັນໄວ້ດີກວ່າແກ້.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...