spot_img
Homeຂ່າວພາຍ​ໃນສາທາເຕືອນ! ລາວຍັງມີທ່າອ່ຽງການລະບາດໂຄວິດ-19 ສູ່ຂັ້ນຮຸນແຮງ

ສາທາເຕືອນ! ລາວຍັງມີທ່າອ່ຽງການລະບາດໂຄວິດ-19 ສູ່ຂັ້ນຮຸນແຮງ

Published on

ກະຊວງສາທາລະສຸກເຕືອນປະຊາຊົນທົ່ວປະເທດໃຫ້ເພີ່ມຄວາມລະມັດລະວັງໃນການປ້ອງກັນຕົນເອງຈາກພະຍາດໂຄວິດ-19 ເນື່ອງຈາກປັດຈຸບັນ ຫຼາຍແຂວງໃນລາວຍັງມີການລະບາດຢູ່ໃນລະດັບ 2 ພ້ອມມີທ່າອ່ຽງທີ່ຈະກ້າວໄປຫາລະດັບ 3 ນັ້ນກໍ່ຄື ລະດັບສູງສຸດ.

ທ່ານ ດຣ. ລັດສະໝີ ວົງຄໍາຊາວ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃນມື້ວານນີ້ວ່າ: ທ່າອ່ຽງການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ລວມທັງ ສປປ ລາວ ແມ່ນຍັງບໍ່ທັນເປັນທີ່ໄວ້ວາງໃຈ, ຫຼາຍແຂວງ ມີການລະບາດຢູ່ໃນລະດັບ 2 ພ້ອມມີທ່າອ່ຽງທີ່ຈະກ້າວໄປຫາລະດັບ 3 ນັ້ນກໍ່ຄື ລະດັບສູງສຸດ.

ສຳລັບການຈັດລະດັບຂອງການແຜ່ລະບາດ ປະກອບມີ: ລະດັບ ສູນ, ລະດັບ 1, ລະດັບ 2 ແລະ ລະດັບ 3. ໃນນັ້ນ, ລະດັບສູນ ແມ່ນບໍ່ມີສັນຍານການຕິດເຊື້ອທັງໃນຊຸມຊົນ ແລະ ນຳເຂົ້າເປັນເວລາ 28 ວັນ, ລະດັບ 1 ແມ່ນມີສະເພາະກໍລະນີນຳເຂົ້າ ໂດຍບໍ່ມີການລະບາດໃນຊຸມຊົນ, ລະດັບ 2 ໝາຍເຖິງການລະບາດໃນຊຸມຊົນໃດໜຶ່ງ ແຕ່ບໍ່ເປັນບໍລິເວນກວ້າງ ດັ່ງທີ່ກຳລັງລະບາດໃນລາວຂະນະນີ້, ສ່ວນລະດັບ 3 ເປັນການລະບາດໃນຊຸມຊົນທີ່ເປັນວົງກວ້າງ ພ້ອມທັງມີການລະບາດຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...