spot_img
Homeຂ່າວທ້ອງຖິ່ນສັດລ້ຽງຢູ່​ເມືອງ​ນາ​ຊາຍ​ທອງ ເກີດການລະບາດພະຍາດປາກເປື່ອຍລົງເລັບ

ສັດລ້ຽງຢູ່​ເມືອງ​ນາ​ຊາຍ​ທອງ ເກີດການລະບາດພະຍາດປາກເປື່ອຍລົງເລັບ

Published on

cow

ຕາມການໃຫ້ສຳພາດຜ່ານໂທລະສັບຂອງທ່ານ ນາງ ສຸດສະດາ ອິນທະສົມ ຫົວ ໜ້າໜ່ວຍງານລ້ຽງສັດ ແລະ ການປະມົງເມືອງນາຊາຍທອງ ນະຄອນຫລວງ​ວຽງ​ຈັນ ຕໍ່ນັກຂ່າວພວກເຮົາໃນວັນທີ 11 ພຶດສະພານີ້ວ່າ: ປັດຈຸບັນສັດ ລ້ຽງ​ຢູ່ບ້ານນາຄູນ ແລະ ບ້ານນາຊັບ ເກີດ​ການລະບາດ​ຂອງ​ພະຍາດ​ປາກ​ເປື່ອຍ​ລົງ​ເລັບ​ຢ່າງ​ຮ້າຍ​ແຮງ ຊຶ່ງ​ມີ​ງົວ-ຄວາຍຕິດເຊື້ອພະຍາດດັ່ງກ່າວ​ແລ້ວ 100 ກວ່າໂຕ, ໃນນັ້ນມີງົວ 70 ກວ່າໂຕ, ຄວາຍ 2 ໂຕ, ຕໍ່ການລະບາດຂອງພະຍາດດັ່ງກ່າວທາງ ໜ່ວຍງານ ລ້ຽງສັດເມືອງນາຊາຍທອງ ກໍໄດ້ສົມທົບກັບ, ກົມລ້ຽງສັດ ເລະ ການປະມານ ແລະ ພະແນກລ້ຽງສັດແລະການປະມົງນະຄອນຫລວງ​ວຽງຈັນ, ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນລົງຊ່ວຍເຫຼືອປະຊາຊົນ, ໂດຍການສະໜອງຢາປິ່ນປົວ ແລະ ຈັດຝຶກ ອົບຮົມວິທີປ້ອງກັນພະຍາດດັ່ງກ່າວໃຫ້ແກ່ປະຊາຊົນ, ຊຶ່ງມາຮອດປັດຈຸບັນສາ ມາດປິ່ນປົວສັດຫາຍດີແລ້ວຈຳນວນໜຶ່ງ ແລະ ສະກັດ​ກັ້ນບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດອອກສູ່ວົງ ກວ້າງທາງໜ່ວຍງານ ກ່ຽວຂ້ອງກໍໄດ້ກຽມແຜນປ້ອງກັນຢູ່ 14 ບ້ານໃກ້ຄຽງທີ່ມີຄວາມສ່ຽງ.

ຫົວໜ້າໜ່ວຍງານລ້ຽງສັດແລະການປະມົງເມືອງນາຊາຍທອງໃຫ້ຮູ້ອີກວ່າ: ການການລະບາດຂອງພະຍາດ ປາກເປື່ອຍລົງເລັບ ຢູ່​ໃນ​ເມືອງ​ຂອງ​ຕົນ ຄັ້ງຫຼ້າສຸດ​ແມ່ນໃນປີ 2008, ​ເນື່ອງ​ຈາກການເຄື່ອນຍ້າຍສັດທີ່ຕິດເຊື້ອພະ ຍາດຈາກເຂດອື່ນມາ ​ໂດຍ​ບໍ່​ໄດ້​ຮັບ​ການ​ກວດກາ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...