spot_img
Homeຂ່າວພາຍ​ໃນສະຫຼຸບກ່ຽວກັບການຖະແຫຼງຂ່າວຂອງຄະນະສະເພາະກິດ

ສະຫຼຸບກ່ຽວກັບການຖະແຫຼງຂ່າວຂອງຄະນະສະເພາະກິດ

Published on

ມາຮອດປະຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 2,356 ຄົນ ໃນນີ້ມີກໍລະນີຕິດເຊື້ອໃໝ່ 56 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 2 ຄົນ ແລະ ຕິດເຊື້ອໃນກໍລະນີນໍາເຂົ້າ 54 ຄົນ, ເສຍຊີວິດສະສົມທັງໝົດ 3 ຄົນ ແລະ ຍັງຕິດຕາມການປິ່ນປົວຢູ່ທົ່ວປະເທດທັງໝົດ 249 ຄົນ.

ໃນວັນທີ 05 ກໍລະກົດ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ຈໍານວນ 1,559 ຄົນ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 56ຄົນ ໂດຍມີການຕິດເຊື້ອໃນຊຸມຊົນຈາກແຂວງວຽງຈັນ 1 ຄົນ, ແຂວງຈໍາປາສັກ 1 ຄົນ ແລະ ຕິດເຊື້ອໃນຜູ້ເດີນທາງເຂົ້າມາຈາກປະເທດໃກ້ຄຽງມີ 54 ຄົນ ຈາກແຂວງສະຫວັນນະເຂດ 7 ຄົນ, ຈໍາປາສັກ 44 ຄົນ ແລະ ນະຄອນຫຼວງ 3 ຄົນ.

ສໍາລັບກໍລະນີຕິດເຊື້ອໃນຊຸມຊົນຂອງແຂວງວຽງຈັນ ແລະ ແຂວງຈໍາປາສັກແມ່ນມີປະຫວັດສໍາຜັດກັບກຸ່ມຜູ້ຕິດເຊື້ອເກົ່າ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...