spot_img
Home​ຂ່າວທ່ອງທ່ຽວສປປ ລາວ ກຽມສະຫລອງເມືອງມໍລະດົກໂລກ ຫລວງພະບາງ ຄົບຮອບ 20 ປີ 5 - 9 ທັນວານີ້!

ສປປ ລາວ ກຽມສະຫລອງເມືອງມໍລະດົກໂລກ ຫລວງພະບາງ ຄົບຮອບ 20 ປີ 5 – 9 ທັນວານີ້!

Published on

LAOS-Luang-Prabang-Bridseye-View

ຂປລ. ວັນທີ 3 ກໍລະກົດ 2015ນີ້ ທີ່​​ແຂວງ​ຫລວງ​ພະ​ບາງ ກອງປະຊຸມກຽມສະເຫລີມສະຫລອງ ວັນຫລວງພະບາງ ເຂົ້າເປັນມໍລະດົກໂລກ ຄົບຮອບ 20 ປີ ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​​ໂດຍ​ມີ​ຈຸດປະສົງ​ປຶກສາ​ຫາລື ແລກປ່ຽນ ຄຳຄິດຄຳເຫັນຕໍ່ຮູບແບບ ການຈັດຕັ້ງປະຕິບັດ ວຽກງານແຕ່ລະດ້ານ ເພື່ອເຮັດໃຫ້ການສະເຫລີມສະຫລອງ ມີຄວາມໝາຍ ແລະ ເນື້ອໃນຄົບ​ຖ້ວນ, ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມຂອງ ທ່ານ ດຣ.ພັນຄຳ ວິພາວັນ ຮອງນາຍົກລັດຖະມົນ ​ແລະ ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ, ປະທານລະດັບຊາດ ເພື່ອມໍລະດົກໂລກ, ມີລັດຖະມົນຕີວ່າ ການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ເຈົ້າແຂວງໆຫລວງພະບາງ ພ້ອມດ້ວຍຄະນະກຳມະ ການລະດັບຊາດ ແລະ ລະດັບທ້ອງຖິ່ນເມື​ອງມໍລະດົກໂລກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສາຍສະໝອນ ຄົມທະວົງ ຮອງເຈົ້າແຂວງໆຫລວງພະບາງ ກ່າວ​ວ່າ: ການກະກຽມໃນໄລຍະຜ່ານມາ​ ເຫັນ​ວ່າສຳເລັດຂັ້ນພື້ນຖານເປັນຕົ້ນ ການແຕ່ງຕັ້ງຄະນະຮັບຜິດຊອບ ຕະຫລອດຮອດ ການແບ່ງແຕ່ລະໜ້າວຽກໃຫ້ ທຸກພາກສ່ວນມີສ່ວນຮ່ວມຢ່າງລະອຽດ ແລະ ປຸກລະດົມປະຊາຊົນ ໃນເທສະບານເມືອງຫລວງພະບາງ ເປັນເຈົ້າການ ທັງມີສ່ວນຮ່ວມທຸກດ້ານ. ສຳລັບການຈັດພິທີສະເຫລີມສະຫລອງນີ້ ຈະໄດ້ວາງສະແດງຮູບພາບຕິດພັນກັບ ການສະແດງສິລະປະ ແລະ ຕະຫລາດນັດຫັດຖະກຳປຸງແຕ່ງ ຢູ່ຕະຫລາດຊົນເຜົ່າບ້ານປ່າຂາມ ພ້ອມນັ້ນຈະຈັດສຳມະນາ ລະດັບສາກົນ ການປົກປັກຮັກສາມໍລະດົກຂອງລາວ ໂດຍສະເພາະຢູ່ຫລວງພະບາງ. ສ່ວນການສະເຫລີມ ສະຫລອງ ຈະຈັດຂຶ້ນຢ່າງຍິ່ງໃຫຍ່ ໂດຍຈະມີຂະບວນແຫ່ກວ່າ 30 ຂະບວນ ຈາກໜ້າຫໍພິພິທະພັນແຫ່ງຊາດ ຫາວັດຊຽງທອງ ແຕ່ ວັນທີ 5-9 ເດືອນທັນວາທີ່ຈະເຖິງນີ້.
ຢ່າງໃດກໍດີ ທ່ານ. ດຣ ພັນຄຳ ວິພາວັນ ໄດ້ເນັ້ນໃຫ້ທຸກພາກສ່ວນ ພ້ອມກັນສືບຕໍ່ປຶກສາຫາລືວຽກງານທີ່ຕົນ ຮັບຜິດຊອບໃຫ້ລະອຽດຕື່ມ ທັງຕ້ອງໂຄສະນາ ໃຫ້ກວ້າງຂວາງ ເພື່ອໃຫ້ຊື່ສຽງຂອງຫລວງພະບາງ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ຂະນະທີ່ການສະເຫລີມສະຫລອງ ຕ້ອງສະແດງໃຫ້ເຫັນແຈ້ງ ການຊີ້ນຳໆພາ ຂອງອົງຄະນະພັກທຸກຂັ້ນ ຕໍ່ການອະນຸລັກຮັກສາວັດທະນະທຳ ອັນດີງາມຂອງຊາດ ຂອງຊາວຫລວງພະບາງ ແລະ ການຮັກສາຄຸນຄ່າມໍລະດົກ ໃຫ້ຜູ້ເຂົ້າຮ່ວມເຂົ້າໃຈ ທັງນຳເອົາໄປເປັນບົດຮຽນໄດ້.
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...