spot_img
Homeຂ່າວພາຍ​ໃນສຕລ ລົງວິໄນປະທານສະໂມສອນວຽງຈັນ ຢູໄນເຕັດ ຖານວິຈານຢ່າງບໍ່ເໝາະສົມ

ສຕລ ລົງວິໄນປະທານສະໂມສອນວຽງຈັນ ຢູໄນເຕັດ ຖານວິຈານຢ່າງບໍ່ເໝາະສົມ

Published on

ເມື່ອວັນທີ 28 ສິງຫາ 2018 ທາງສະຫະພັນບານເຕະແຫ່ງຊາດລາວໄດ້ອອກມາໂພສໃບແຈ້ງການ ໂດຍລະບຸວ່າປັດຈຸບັນທາງ ສຕລ ດ້ພິຈາລະນາ ແລະ ມີມະຕິເຫັນດີເປັນເອກະພາບ ໃນການປະຕິບັດວິໄນຕໍ່ທ່ານ ນາງ Phijika Boonkwang ສັນຊາດໄທ, ປະທານ ສະໂມສອນວຽງຈັນ ຢູໄນເຕັດ ໂດຍຫ້າມບໍ່ໃຫ້ຫຍຸ້ງກ່ຽວກັບທຸກໆກິດຈະກໍາບານເຕະຢູ່ໃນ ສປປ ລາວ ເປັນເວລາ 90 ວັນ ເນື່ອງຈາກວ່າຜູ້ກ່ຽວໄດ້ຖ່າຍທອດສົດຜ່ານທາງ Facebook ສ່ວນຕົວຊື່ Phijika Boonkwang ໃນວັນທີ 25 ສິງຫາ 2018 ວິຈານສະຫະພັນບານເຕະແຫ່ງຊາດລາວຢ່າງບໍ່ເໝາະສົມ ອັນເປັນການສ້າງຄວາມເສື່ອມເສຍຊື່ສຽງໃຫ້ແກ່ສະຫະພັນບານເຕະແຫ່ງຊາດລາວ ກໍ່ຄື ປະເທດຊາດ.

 

ແຫລ່ງຂ່າວ: ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...