spot_img
Homeຂ່າວຕ່າງປະເທດນັກຮ້ອງດັງເກົາຫຼີໃຕ້ ຖືກແຕ່ງຕັ້ງໃຫ້ເປັນຜູ້ແທນປະທານາທິບໍດີພິເສດສໍາລັບຄົນຮຸ່ນໃໝ່ ແລະ ວັດທະນະທໍາ

ນັກຮ້ອງດັງເກົາຫຼີໃຕ້ ຖືກແຕ່ງຕັ້ງໃຫ້ເປັນຜູ້ແທນປະທານາທິບໍດີພິເສດສໍາລັບຄົນຮຸ່ນໃໝ່ ແລະ ວັດທະນະທໍາ

Published on

ວັນທີ 14 ກັນຍາ 2021 ສໍານັກຂ່າວເກົາຫຼີ ແລະ ຕ່າງປະເທດ ໄດ້ລາຍງານວ່າ ວົງ BTS (ບີທີເອສ) ນັກຮ້ອງຊື່ດັງຢູ່ທີ່ປະເທດເກົາຫຼີໃຕ້ ໄດ້ຮັບແຕ່ງຕັ້ງຈາກ ປະທານາທິບໍດີເກົາຫຼີໃຕ້ Moon Jae in (ມຸນແຈອິນ) ຂຶ້ນຮັບໜັງສືແຕ່ງຕັ້ງເປັນ ຜູ້ແທນປະທານາທິບໍດີພິເສດສໍາລັບຄົນຮຸ່ນໃໝ່ ແລະ ວັດທະນະທໍາ (Speacial Presidential Envoy for Future Generations and Culture) ເພື່ອເປັນຜູ້ນໍາວາລະລະດັບໂລກເພື່ອຄົນຮຸ່ນໃໝ່ ເຊັ່ນ ການເຕີບໃຫຍ່ທີ່ຢັ້ງຢືນ ແລະ ເພື່ອຂະຫຍາຍຄວາມສາມາດທາງການທູດ ໃຫ້ເໝາະກັບສະຖານະຂອງປະເທດທີ່ໄດ້ຮັບການຍົກລະດັບຈາກປະຊາຄົມລະຫວ່າງປະເທດ ເຊິ່ງໄດ້ຈັດຕັ້ງຂຶ້ນຢູ່ທີ່ ສໍານັກງານປະທານາທິບໍດີແຫ່ງເກົາຫຼີໃຕ້ ໃນຕອນເຊົ້າທີ່ຜ່ານມາ.

ບັນຍາກາດປະທານາທິບໍດີ ມຸນແຈອິນ ມອບໜັງສືແຕ່ງຕັ້ງໃຫ້ກັບ ສະມາຊິກ ວົງ BTS

BTS ແມ່ນວົງ ນັກຮ້ອງບອຍແບນ ທີ່ມີຊື່ສຽງໂດ່ງດັງ ທັງໃນເກົາຫຼີໃຕ້ ແລະ ຕ່າງປະເທດ ເຊິ່ງຖືກເປີດໂຕໃນປີ 2013 ທີ່ມີສະມາຊິກຮ່ວມກັນທັງໝົດ 7 ຄົນ ຄື: ອາເອມ, ຈິນ, ຊູກ້າ, ເຈໂຮບ, ຈີມິນ, ວີ ແລະ ຈອງກຸກ.

ວົງ BTS

ວົງ BTS ຖືວ່າເປັນສິນລະປິນຈາກເອເຊຍກຸ່ມທໍາອິດ ທີ່ໄດ້ຮັບຄວາມນິຍົມໄປທົ່ວໂລກ ແລະ ຍັງໄດ້ນໍາເງິນເຂົ້າໃຫ້ກັບປະເທດເກົາຫຼີໃຕ້ຫຼາຍກວ່າ 400 ລ້ານໂດລ້າ ຕໍ່ປີ ນໍາອີກ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...