ວິຕົກກັງວົນຫລາຍເກີນໄປ ສ່ຽງຫົວໃຈເຕັ້ນຜິດປົກກະຕິ

0
1306

cardiac-arrhythmia-01

ເຄີຍ​ຮູ້ສຶກ​ບໍ່ວ່າ ຢູ່​ດີໆ ໃຈ​ມັນ​ສັ່ນໆ ວູບໆ ແຖມ​ຍັງມີ​ອາການ​ຈຸ​ກເອິກ​ນໍາ​ອີກ​ຕ່າງ​ຫາກ (ທັງ​ໆ ທີ່​ບໍ່​ໄດ້​ຕື່ນ​ເຕັ້ນ​ ) ນີ້​ອາດຈະ​ເປັນ​ສັນ​ຍານ​ເຕືອນ​ວ່າ​ ຫົວ​ໃຈ​ເຈົ້າ​ກຳ​ລັງ​ເຕັ້ນ​ຜິດ​ປົກກະຕິ​ຢູ່​ກໍ່​ໄດ້ ຫລາຍ​ຄົນ​ອາດຈະ​ຄິດວ່າ​ມັນ​ເປັນ​ເລື່ອງ​ໄກ​ໂຕ ແຕ່​ຂໍ​ບອກວ່າ​ອາການ​ຂອງ​ມັນ​ຮ້າຍແຮງ​ເຖິງ​ຂັ້ນ​ເສັຍຊີວິດ​ໄດ້​ເລີຍ​ ແຖມ​ຍັງ​ສາມາດ​ເກີດ​ຂຶ້ນ​ໄດ້​ທຸກ​ເພດ ທຸກ​ໄວ ແລະ ​ຄົົນທີ່​ເປັນ​ກໍ​ຍັງ​ບໍ່​ຮູ້​ໂຕນໍາອີກ​ ​ພ້ອມ​ແລ້ວ ຫລື​ ຍັງ​ທີ່​ຈະ​ມາ​ເຮັດ​ຄວາມ​ຮູ້​ຈັກ​ກັບ​​ພະຍາດ​ນີ້​

ແບບ​ໃດ​ເອີ້ນ “ຫົວ​ໃຈ​ເຕັ້ນ​ຜິດ​ປົກກະຕິ”

ໂດຍ​ປົກກະຕິ ຫົວ​ໃຈ​ຂອງ​ຄົນ​ເຮົາ​ຈະ​ເຕັ້ນ​ຢູ່​ທີ່​ປະ​ມານ 60-80 ເທື່ອ/ນາ​ທີ ແຕ່​ຖ້າ​ຫາກ​ເປັນ​ພະຍາດ​ຫົວ​ໃຈ​ເຕັ້ນ​ຜິດ​ປົກກະຕິ ຫົວ​ໃຈ​ຈະ​ເຕັ້ນ​ຊ້າ ​ແລະ ​ໄວ​ເກີນ​ໄປ ຄື ນ້ອຍ​ກວ່າ 60 ເທື່ອ/ນາ​ທີ ແລະ​ ຫລາຍກວ່າ 100 ເທື່ອ/ນາທີ ເຊິ່ງ​ຈະ​ພົບ​ໃນ​ຍິງ​ຫລາຍກວ່າ​ຊາຍ ແລະ​ ທຸກ​ໆໄລຍະ​ອາ​ຍຸຄົນ

ຫົວ​ໃຈ​ເຕັ້ນ​ຜິດ​ປົກກະຕິ​ມີ​ຈັກ​ຊະ​ນິດ

ຫົວ​ໃຈ​ເຕັ້ນ​ຜິດ​ປົກກະຕິ​ມີ​ບໍ່​ຕ່ຳ​ກວ່າ 10 ຊະນິດ ແຕ່​ລະ​ຊະນິດ​ກໍ​ມີ​ກົນ​ໄກ​ການ​ເກີດ ສາ​ເຫດ​ການ​ເກີດ ອາການ ວິທີ​ການ​ປິ່ນປົວ ລວມ​ເຖິງ​ການ​ພະຍາກອນ​ພະຍາດ​ແຕກ​ຕ່າງ​ກັນ​ອອກ​ໄປ ໂດຍ​ທົ່ວ​ໄປ​ຈະ​ແບ່ງ​ຊະນິດ​ຂອງ​ຫົວ​ໃຈ​ເຕັ້ນ​ຜິດ​ປົກກະຕິ​ອອກ​ເປັນ 3 ຊະນິດ ຄື

1. ຫົວ​ໃຈ​ເຕັ້ນ​ຊ້າ​ເກີນ​ໄປ ຄື​ເຕັ້ນ​ນ້ອຍ​ກວ່າ 60 ເທື່ອ/ນາ​ທີ ຮ່າງກາຍ​ຈະ​ຮັບ​ເລືອດ​ເຂົ້າໄປ​ບໍ່​ພຽງ​ພໍ

2. ຫົວ​ໃຈ​ເຕັ້ນ​ໄວ ແຕ່​ບໍ່​ຮຸນແຮງ​ຫລາຍ ຄື​ເຕັ້ນ​ຫລາຍກວ່າ 100 ເທື່ອ/ນາ​ທີ ແລະ​ ອາດ​ເຖິງ 210 ເທື່ອ/ນາ​ທີ ຈະ​ມີ​ອາການ​ໃຈ​ສັ່ນ ເມື່ອຍ ຫົວ​ໃຈ​ເຕັ້ນ​ໄວ​ແລະ ​ແຮງ

3. ຫົວ​ໃຈ​ເຕັ້ນ​ໄວ ແລະ ​ຮຸນແຮງ​ຫລາຍ ຄື​ເຕັ້ນ 350 ເທື່ອ/ນາ​ທີ ຈະ​ມີ​ອາການ​ໝົດ​ສະຕິ ຫົວ​ໃຈ​ຢຸດເຕັ້ນ ​ແລະ ​ເສັຍຊີວິດ​ຮຸນແຮງ