ວາງສະແດງຜົນງານພາບຖ່າຍ ວິຖີຊີວິດ ແລະ ສິລະປະວັດທະນະທຳ

 

20140113153247

ວັນ​ທີ 13 ມັງກອນ 2014 ນີ້ ທີ່​ສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ ໄດ້​ເປີດ​ງານ​ວາງສະແດງ​ຜົນງານ​ພາບ​ຖ່າຍ​ວິຖີ​ຊີວິດ ແລະ ສິລະ​ປະ​ວັດທະນະທຳ​ຂຶ້ນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ເລີງ ເວີນ​ວິລາ​ວົງ ສິລະ​ປິນ​ແຫ່ງ​ຊາດ ຮອງ​ປະທານ​ສະມາຄົມ​ວິຈິດ​ສິນ​ແຫ່ງ​ຊາດ​ລາວ ທ່ານ ໄມ​ສິງ ຈັນ​ບຸດ​ດີ ຫົວໜ້າ​ອຳນວຍ​ການ ສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ​ລາວ ທ່ານ ​ສຈ.​ດຣ. ສະເຫຼີມ​ສັກ ພິກຸນ​ສີ ຄະນະບໍດີ​ສິລະ​ປະກຳ​ສາດ ມະຫາວິທະຍາໄລ​ຂອນ​ແກ່ນ ພ້ອມ​ດ້ວຍ​ບັນດາ​ແຂກ​ຕາງໜ້າ​ຈາກ​ພາກສ່ວນ​ຕ່າງໆ ແລະ ນັກ​ສຶກ​ສາ​ທັງ​ສອງ​ສະ​ຖາ​ບັນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ໂຄງການ​ອົບຮົມ​ຮູບ​ແບບ​ປະຕິບັດ​ການ​ຖ່າຍຮູບ ສິລະ​ປະ​ວັດທະນະທຳ ແມ່ນ​ກິດຈະກຳ​ໜຶ່ງ​ຢູ່​ໃນ​ກອບ​ການ​ຮ່ວມ​ມື ໃນ​ໂຄງການ​ມໍລະດົກ​ລ້ານ​ຊ້າງ 3 ທີ່​ສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ​ສປປ ລາວ ກັບ​ມະຫາວິທະຍາໄລ​ຂອນ​ແກ່ນ ປະເທດ​ໄທ ແຕ່​ປີ 2011-2013.

ໃນ​ລະຫວ່າງ​ວັນ​ທີ 10-13 ມັງກອນ 2014 ນີ້ ຄະນະ​ສິລະ​ປະສາດ ມະຫາວິທະຍາໄລ​ຂອນ​ແກ່ນ ໄດ້​ຈັດ​ໂຄງການ​ເຝິກອົບຮົມ ໃນ​ການ​ຖ່າຍຮູບ​ສິລະ​ປະ​ວັດທະນະທຳ ຂຶ້ນ​ຢູ່​ທີ່​ສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ​ລາວ ໂດຍ​ມີ​ຄູ-ອາຈານ ແລະ ນັກ​ສຶກ​ສາ​ຈາກ​ສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ 15 ຄົນ ແລະ ມີ​ຄູ-ອາຈານ ແລະ ນັກ​ສຶກ​ສາ​ຈາກ​ມະຫາວິທະຍາໄລ​ຈາກ​ປະເທດ​ໄທ ເຂົ້າ​ຮ່ວມ 40 ຄົນ ຈຸດປະສົງ​ຂອງ​ການ​ຈັດ​ອົບຮົມ​ຄັ້ງ​ນີ້ ແມ່ນ​ເພື່ອ​ໃຫ້​ນັກ​ສຶກ​ສາ ຄູ-ອາຈານ ແລະ ບຸກ​ຄະລາ​ກອນ​ຂອງ​ສອງ​ສະ​ຖາ​ບັນ ໄດ້​ແລກປ່ຽນ​ຄວາມ​ຮູ້ ການ​ຖ່າຍຮູບ​ຈາກ​ຊ່າງ​ຖ່າຍຮູບ​ທີ່​ມີ​ຄວາມ​ຊ່ຽວຊານ​ໂດຍ​ກົງ 2 ທ່ານ ມາ​ເປັນ​ວິທະຍາກອນ ແລະ ວິທະຍາກອນ ສາຂາ​ວິໄຈ​ສິລະ​ປະ​ວັດທະນະທຳ ໂດຍ​ແມ່ນ​ທ່ານ ​ດຣ. ສຸ​ເນດ ໂພທິ​ສານ ໄດ້​ມາ​ໃຫ້​ຄວາມ​ຮູ້​ແກ່​ນັກ​ອົບຮົມ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ວິຖີ​ຊີວິດ ແລະ ສິລະ​ປະ​ວັດທະນະທຳ ໃນ​ກຸ່ມ​ປະເທດ​ພາກ​ພື້ນ​ລຸ່ມ​ແມ່ນ້ຳ​ຂອງ ເວົ້າ​ລວມ ເວົ້າ​ສະເພາະ​ແມ່ນ​ວິຖີ​ຊີວິດ ແລະ ສິລະ​ປະ​ວັດທະນະທຳ​ຂອງ​ຄົນ​ລາວ ຮຽນ​ຮູ້​ເຖິງ​ເຕັກນິກ​ການ​ນຳ​ໃຊ້​ກ້ອງຖ່າຍຮູບ​ໃຫ້​ຖືກຕ້ອງ ຕາມ​ຫຼັກ​ວິຊາ​ການ ຮຽນ​ຮູ້​ການ​ຖ່າຍຮູບ​ໃຫ້​ເປັນ​ມິ​ຕິ​ສິລະ​ປະ ມີ​ສູນ​ທະ​ລີ​ຍະ​ພາບ​ແຫ່ງ​ຄວາມ​ງາມ ປະເດັນ​ທີ່​ສຳຄັນ​ແມ່ນ​ການ​ສ້າງສັນ​ຄວາມ​ສຳພັນ ຄວາມ​ສາມັກຄີ​ທີ່​ດີ​ຕໍ່​ກັນ ການ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ຄວາມ​ຮັກແພງ​ລະຫວ່າງ​ນັກ​ສຶກ​ສາ ຄູ-ອາຈານ ແລະ ພະນັກງານ​ທັງ​ສອງ​ສະ​ຖາ​ບັນ ໂດຍ​ອາໄສ​ກິດຈະກຳ​ດ້ານ​ສິລະ​ປະ​ວັດທະນະທຳ​ເປັນ​ສື່ ແລະ ເປັນ​ເອກະລັກ​ຂອງ​ສິລະ​ປະ​ວັດທະນະທຳ ເປັນ​ໜຶ່ງ​ດຽວ​ໃນ​ປະເທດ​ປະຊາ​ຄົມ​ອາ​ຊຽນ.

ຜ່ານ​ການ​ອົບຮົມ​ມາ​ເປັນ​ເວລາ 3 ວັນ ກໍ່​ໄດ້​ມີ​ຮູບ​ຖ່າຍ​ຈາກ​ການ​ອົບຮົມ ທີ່​ໄດ້​ຖ່າຍ​ຈາກ​ສະຖານທີ່​ຕ່າງໆ​ໃນ​ນະຄອນຫຼວງ​ວຽງ​ຈັນ ແລະ ປະເທດ​ໄທ ມາ​ວາງສະແດງ​ໃນ​ຄັ້ງ​ນີ້ 68 ຮູບ ນອກຈາກ​ນີ້ ຍັງ​ໄດ້​ພິມ​ປື້ມ​ຜົນງານ​ໃນ​ການວາງສະແດງ​ຮູບ​ພາບ​ຄັ້ງ​ນີ້ 300 ກວ່າ​ຫົວ ເພື່ອ​ແຈກ​ຍາຍ​ໃຫ້​ແກ່​ບັນດາ​ແຂກ​ທີ່​ເຂົ້າ​ຮ່ວມ​ອີກ​ດ້ວຍ.

ທີ່ມາhttp://www.vientianemai.net