spot_img
Homeລົດຍົນ-ຍານພາຫະນະລົດແຂ່ງແບບບໍ່ມີຄົນຂັບ ຄັນທຳອິດຂອງໂລກ

ລົດແຂ່ງແບບບໍ່ມີຄົນຂັບ ຄັນທຳອິດຂອງໂລກ

Published on

ການສ້າງລົດແບບບໍ່ມີຄົນຂັບໃຫ້ສາມາດແລ່ນເທິງຖະໜົນໄດ້້ ນັ້ນຖືວ່າເປັນສິ່ງທີ່ທ້າທາຍ ແຕ່ຫຼ້າສຸດ Roborace ຈະເປີດການແຂ່ງລົດແບບບໍ່ມີຄົນຂັບຄັນທຳອິດຂອງໂລກ ໂດຍທາງທີມຜູ້ສ້າງ Roborace ໄດ້ປ່ອຍພາບຫຼ້າສຸດຂອງລົດແຂງບໍ່ມີຄົນຂັບຄັນນີ້ ເຊິ່ງມີຮູບຮ່າງທີ່ທັນສະໄໝ ແລະ ບອກຕຳແໜ່ງຂອງອຸປະກອນເຊັນເຊີແບບເຣດາ ແລະ ເຊັນເຊີແບບເຣດາ , ເທິງຫຼັງຄາໄດ້ມີການຕິດຕັ້ງລະບົບເຊັນເຊີລະບຸພິກັດ 2 ຮູບແບບຄື: GPS ແລະ GLONASS ສ່ວນສະມອງຂອງລົດ ເລືອກໃຊ້ລະບົບຊຸບເປີຄອມພິວເຕີທີ່ມີຊື່ວ່າ Nvidia Drive PX 2 ມີ CPU 12 ແກນປະມວນຜົນທີ່ໃຫ້ປະສິດທິພາບໃນການປະມວນຜົນທີ່ສູງເຖິງ 8 teraflops ແລະ ມີຄວາມໄວໃນການປະມວນຜົນທີ່ສູງເຖິງ 24 ລ້ານຄັ້ງໃນ 1 ວິນາທີ ເຮັດໃຫ້ Roborace ສາມາດຕັດສິນໃຈເລືອກທາງແລ່ນໄດ້ໄວໃນສະໜາມແຂ່ງ ແລະ ເພື່ອໃຫ້ຮູບໂຊມຂອງລົດທີ່ອອກມາທັນສະໄໝ ທາງທີມຜູ້ສ້າງໄດ້ຈ້າງ Daniel Simon ເຊິ່ງເປັນ Visual artist ຜູ້ຢູ່ເບື່ອງຫຼັງການສ້າງພາບຈິນຕະນາການໃນຮູບເງົາເລື່ອງ Tron Legacy ໂດຍໄດ້ປັບການອອກແບບລົດໃຫ້ເບິ່ງລຽບງ່າຍຫຼາຍຂຶ້ນ.

ທີ່ມາ:Thaiware.com ແລະ ຂ່າວເສດຖະກິດ-ການຄ້າ Lao Economic Daily

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...