spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດບັນທຸກ 12 ລໍ້ ຕຳລົດຈັກເສຍຊີວິດ 1 ຄົນ ຢູ່ທາງ 13 ເໜືອ

ລົດບັນທຸກ 12 ລໍ້ ຕຳລົດຈັກເສຍຊີວິດ 1 ຄົນ ຢູ່ທາງ 13 ເໜືອ

Published on

accident

 

ເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາ 15:00 ຂອງວັນທີ 3 ທັນວານີ້ ໄດ້ເກີດອຸປະຕິເຫດ

ລົດບັນທຸກ 12 ລໍ້ ໝາຍເລກທະບຽນ ບກ 9806, ເຊິ່ງຂັບຂີ່ໂດຍທ້າວ ຊາຍ ອາຍຸ 29ປີ ຢູ່ບ້ານສະໄກ ເມືອງສັງທອງ

ແລ່ນອອກຈາກ ບໍລິສັດ ຫົງຄຳ ຄອນກຼີດ ມຸ້ງໜ້າໄປທາງບ້ານທົ່ງປົ່ງ ໄດ້ຢຽບເອົາລົດຈັກໝາຍເລກທະບຽນ ຈຄ

3906 ກຳແພງນະຄອນ ຂັບຂີ່ມາໃນທິດທາງດຽວກັນຢູ່ເສັ້ນທາງເລກ 13 ເໜືອເຂດບ້ານນາເລົ່າ ເມືອງສີໂຄດຕະ

ບອງ ນະຄອນຫລວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກຊື່ ທ້າວ ເຖົ້າ ອາຍຸ 44 ປີ ຢູ່ບ້ານ ໜອງໜ້ຽວ ເມືອງສີໂຄດຕະ

ບອງ ເສຍຊີວິດຄາທີ່.

 

ພາຍຫລັງເກີດເຫດລົດບັນທຸກຄັນດັ່ງກ່າວໄດ້ຫລົບໜີ ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມນຳຕົວຄົນຂັບລົດຄັນ

ດັ່ງກ່າວໄດ້ໃນວັນຕໍ່ມາ. ສ່ວນສາເຫດຂອງການເກີດອຸປະຕິເຫດນີ້ເຈົ້າໜ້າທີ່ພວມສືບສວນ-ສອບສວນເພື່ອດຳ

ເນີນຄະດີທາງກົດໝາຍ.

 

ເຈົ້າໜ້າທີ່ໃຫ້ຮູ້ຕື່ມອີກວ່າ: ສະເພາະເດືອນພະຈິກຜ່ານມານີ້ ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດລົດບັນທຸກ

ຕຳລົດຈັກຫລາຍເຖິງ 5 ກໍລະນີ ເກືອບວ່າທຸກມື້ໄດ້ມີອຸປະຕິເຫດດັ່ງກ່າວເກີດຂຶ້ນ ດັ່ງນັ້ນຈຶ່ງຂໍຮຽກຮ້ອງໃຫ້ຜູ້ໃຊ້ລົດ

ໃຊ້ຖະໜົນມີສະຕິເຄົາລົບລະບຽບ ແລະ ກົດໝາຍຈະລາຈອນໃຫ້ຫລາຍຂຶ້ນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...