spot_img
Homeວິທະຍາສາດ-ວິທະຍາການລິບໄຮເທັກບໍ່ມີສະລິງຕົວທຳອິດຂອງໂລກທີ່ເຢຍລະມັນ

ລິບໄຮເທັກບໍ່ມີສະລິງຕົວທຳອິດຂອງໂລກທີ່ເຢຍລະມັນ

Published on

ກວ່າ 160 ປີທີ່ລິບທຳງານດ້ວຍການໃຊ້ສະລິງຫິ້ວຫ້ອງໂດຍສານ (cabin) ໃຫ້ເຄື່ອນທີ່ຂຶ້ນ ແລະ ລົງ ແຕ່ໃນອານາຄົດອັນໃກ້ນີ້ສະລິງອາດຈະບໍ່ໄດ້ນຳມາໃຊ້ງານອີກແລ້ວ ເມື່ອ ThyssenKrupp AG ບໍລິສັດໃຫຍ່ຂອງເຢຍລະມັນໄດ້ອອກແບບລິບໄຮເທັກທີ່ບໍ່ໃຊ້ສະລິງ ສາມາດເຄື່ອນທີ່ທັງຂຶ້ນ-ລົງໃນແນວດິ່ງ ແລະ ເຄື່ອນທີ່ໃນແນວຮາບພຽງໄດ້ ເຊິ່ງຈະເອີ້ນວ່າ “MULTI” ຈະເລີ່ມຕິດຕັ້ງໃຊ້ງານໃນນະຄອນຫຼວງ ເບີລິນ ປະເທດເຢຍລະມນເປັນແຫ່ງທຳອິດຂອງໂລກ

ລິບ MULTI ໃຊ້ເທັກໂນໂລຢີ Maglev (magnetically levitating) ແບບດຽວກັບລົດໄຟຄວາມໄວສູງທີ່ທັນສະໄໝທີ່ສຸດໃນປັດຈຸບັນ ທົດແທນການໃຊ້ສະລິງຫິ້ວແບບເກົ່າ ໂດຍຫ້ອງໂດຍສານຈະລອຍ ແລະ ເຄື່ອນທີ່ຢູ່ໃນຮາງທີ່ຕິດຕັ້ງຢູ່ໃນຊ່ອງລິບພາຍໃນອາຄານ

ບໍລິສັດ ThyssenKrupp AG ໄດ້ປະກາດແນວຄິດໃນທາງສ້າງລິບລະບົບໃໝ່ນີ້ຕັ້ງແຕ່ປີ 2014 ແລະ ຫາກໍ່ເຜີຍລາຍລະອຽດການອອກແບບໃນອາທິດນີ້ ລະບົບ MULTI ລິບຊຸດທຳອິດຈະຕິດຕັ້ງໃນໂຄງການອາຄານສຳນັກງານ East Side Tower Building ໃນນະຄອນຫຼວງ ເບີລິນ ປະເທດ ເຢຍລະມັນ ຕົວອາຄານມີຄວາມສູງ 140 ແມັດ ຄາດວ່າຈະສ້າງແລ້ວໃນປີ 2020

ວິດີໂອຈາກ: thyssenkrupp

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...