spot_img
Homeຂ່າວເຫດການລາວສະຫລອງຄົບຮອບ 20 ປີ ແຫ່ງການພົວພັນຮ່ວມມືກັບ ອົງການກາແດງຍີ່ປຸ່ນ

ລາວສະຫລອງຄົບຮອບ 20 ປີ ແຫ່ງການພົວພັນຮ່ວມມືກັບ ອົງການກາແດງຍີ່ປຸ່ນ

Published on

ວັນທີ 23 ພະຈິກຜ່ານມານີ້, ກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫລີມສະຫລອງ ວັນຄົບຮອບ 20 ປີ ແຫ່ງການພົວພັນຮ່ວມມືຊ່ວຍເຫລືອຂອງສະພາກາແດງຍີ່ປຸ່ນ, ໂດຍການເຂົ້າຮ່ວມຂອງ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານຮອງປະທານອົງການກາແດງລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຕ່າງໆ ເຂົ້າຮ່ວມຢ່າງຫລວງຫລາຍ.

ເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີ ແລະ ການພົວພັນຮ່ວມມືທີ່ດີ, ລະຫວ່າງ ອົງການກາແດງລາວ ແລະ ສະພາກາແດງປະເທດຍີ່ປຸ່ນໃນໄລຍະ 20 ປີຜ່ານມາ (1995-2015), ໂດຍສະເພາະ ກໍແມ່ນໂຄງການຮ່ວມມື ແລະ ຊ່ວຍເຫລືອວຽກງານການບໍລິການເລືອດຢູ່ ສປປ ລາວ, ແນໃສ່ເພື່ອຍາດແຍ່ງເອົາການຊ່ວຍເຫລືອທາງດ້ານເຕັກນິກ-ວິຊາການຂອງວຽກງານເລືອດ ມາພັດທະນາຢູ່ປະເທດເຮົາໃຫ້ນັບມື້ດີຂຶ້ນ.

ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ກ່າວວ່າ: ນັບແຕ່ປີ 1995-2003, ສະພາກາແດງປະເທດຍີ່ປຸ່ນ ໄດ້ສົ່ງຜູ້ຊ່ຽວຊານມາປະຈຳຢູ່ ສປປ ລາວ, ເພື່ອໃຫ້ການຊ່ວຍເຫລືອດ້ານຕ່າງໆເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ, ນິຕິກຳ, ລະບົບການເຄື່ອນໄຫວ, ວິທີຈັດຕັ້ງປະຕິບັດ, ຈັດຫາອຸປະກອນການແພດໃຊ້ຍາວນານ ແລະ ນ້ຳຢາກວດພະຍາດຕິດແປດທາງເລືອດ, ນ້ຳຢາກວດໝວດເລືອດ ແລະ ອື່ນໆ ເພື່ອເຮັດໃຫ້ໂຄງການເລືອດແຫ່ງຊາດ ຖືກດຳເນີນໄປຕາມແຜນການທີ່ວາງໄວ້ ແລະ ການເຄື່ອນໄຫວກິດຈະກຳຕ່າງໆ, ເພື່ອສ້າງຄວາມເຂັ້ມແຂງທີ່ເປັນລະບົບມາດຕະຖານສາກົນ ແລະ ມາຮອດປີ 2004-2015, ສະພາກາແດງປະເທດຍີ່ປຸ່ນ ໄດ້ຢຸດເຊົາໃຫ້ການຊ່ວຍເຫລືອທາງດ້ານທຶນຮອນ ທີ່ເປັນພື້ນຖານທັງໝົດ, ແຕ່ຍັງຄົງຮັກສາໄວ້ສະເພາະ ການກໍ່ສ້າງພະນັກງານ, ການຮ່ວມມືຄົ້ນຄວ້າວິທະຍາສາດ, ການກວດສອບຄຸນນະພາບທາງດ້ານເຕັກນິກ-ວິຊາການ. ໃນໄລຍະ 20 ປີຜ່ານມາ ເຫັນວ່າວຽກງານເລືອດຢູ່ຂອບເຂດທົ່ວປະເທດ ມີລັກສະນະພົ້ນເດັ່ນຢ່າງເຫັນໄດ້ຊັດ, ເຂົ້າໃນການພັດທະນາຂອງຊາດ, ຊຶ່ງຕິດພັນກັບຜົນປະໂຫຍດລວມຂອງປະຊາຊົນບັນດາເຜົ່າ ຢູ່ໃນຂອບເຂດທົ່ວປະເທດ ແລະ ການຈັດຕັ້ງຂອງສູນເລືອດແຫ່ງຊາດ, ເຊື່ອວ່າໝາກຜົນທີ່ໄດ້ມານັ້ນ ຈະເປັນບ່ອນອີງໃຫ້ແກ່ການພັດທະນາວຽກງານເລືອດຢູ່ລາວ ດຳເນີນໄປຢ່າງບໍ່ຢຸດຢັ້ງດ້ວຍຄຸນນະພາບສູງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...