spot_img
Homeຂ່າວພາຍ​ໃນລັດຖະບານຍີ່ປຸ່ນປະກາດສະໜອງວັກຊີນ 600,000 ໂດສ ແກ່ລາວ

ລັດຖະບານຍີ່ປຸ່ນປະກາດສະໜອງວັກຊີນ 600,000 ໂດສ ແກ່ລາວ

Published on

ລັດຖະບານຍີ່ປຸ່ນປະກາດສະໜອງວັກຊີນ ອາຊຕຣ້າເຊເນກ້າ ໃຫ້ແກ່ ສປປ ລາວ ຈຳນວນ 600,000 ໂດສ, ໂດຍຈະມີການຈັດສົ່ງຢ່າງເປັນທາງການໃນບໍ່ຊ້ານີ້ ພາຍຫຼັງສຳເລັດການປະສານງານດ້ານການຂົນສົ່ງທີ່ຈຳເປັນ.

ທ່ານ ໂມເຕງິ ໂທຊິມິດຊຶ, ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ປະກາດໃນວັນທີ 13 ກໍລະກົດ 2021 ວ່າ ປະເທດຍີ່ປຸ່ນເຫັນດີສະໜອງວັກຊີນອາຊຕຣ້າເຊເນກ້າທີ່ຜະລິດໃນຍີ່ປຸ່ນຈຳນວນ 600,000 ໂດສໃຫ້ແກ່ປະຊາຊົນລາວ ເຊິ່ງວັກຊີນດັ່ງກ່າວຈະຖືກມອບຜ່ານໂຄງການ COVAX facility ແລະ ຈະຖືກສົ່ງມາຍັງ ສປປ ລາວ ໂດຍໄວທີ່ສຸດພາຍຫຼັງສຳເລັດການປະສານງານດ້ານການຂົນສົ່ງທີ່ຈຳເປັນ.

ປະເທດລາວແມ່ນໜຶ່ງໃນຫຼາຍປະເທດໃນຂົງເຂດອາຊີປາຊີຟິກທີ່ໄດ້ຮັບການຊ່ວຍເຫຼືອດ້ານວັກຊີນຈາກປະເທດຍີ່ປຸ່ນ. ຂະນະທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ເປັນຈໍານວນຫຼາຍໃນການຕໍ່ສູ້ກັບພະຍາດໂຄວິດ-19 ເຊິ່ງໃນນັ້ນລວມມີອຸປະກອນການແພດ, ຊຸດປ້ອງກັນ PPEs ແລະ ວັກຊີນ. ພ້ອມດຽວກັນນັ້ນ, ປະເທດຍີ່ປຸ່ນຍັງໄດ້ເອົາໃຈໃສ່ໃນການປັບປຸງລະບົບຂົນສົ່ງເຢັນໃນປະເທດລາວນໍາອີກ ໂດຍມີການມອບຕູ້ເຢັນ ແລະ ຕູ້ແຊ່ ທີ່ຢູ່ພາຍໃຕ້ໂຄງການທີ່ມີຊື່ວ່າ “ການສົ່ງເສີມການສົ່ງວັກຊີນໃຫ້ທົ່ວເຖິງ”.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...